ກອງປະຊຸມຄົບຄະນະ ASEAN-BAC, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ອາຊຽນ

ກອງປະຊຸມຄົບຄະນະ ASEAN-BAC, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ອາຊຽນ

ກອງປະຊຸມຄົບຄະນະ ASEAN-BAC, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ອາຊຽນ The ASEAN Business and Investment Summit 2022 (ABIS) ແລະ ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ (ASEAN Business Awards 2022) ທີ່ ພະນົມເປນ, ປະເທດກຳປູເຈຍ, ໃນວັນທີ 9-10 ພະຈິກ 2022 ທີ່ຜ່ານມາ

ທ່ານ ປະທານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທະນົງສິນ ກັນຍາລະຍາ, ຮອງປະທານ ສຄອຊ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ, ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນ ປະຈຳ ສປປ ລາວ, (ASEAN Business Advisory Council) ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ASEAN-BAC, ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ອາຊຽນ The ASEAN Business and Investment Summit 2022 (ABIS) ແລະ ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນ (ASEAN Business Awards 2022)
ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອຮວບຮວມບັນດາຜູ້ນຳດ້ານທຸລະກີດຂັ້ນສູງ ໃນຂົງເຂດອາຊຽນເພື່ອເຈລະຈາ ແລະ ແກ້ບັນຫາທາງດ້ານທຸລະກິດຮ່ວມກັນ ພາຍຫຼັງການຟື້ນຕົວຂອງການລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ, ຍັງເປັນການມອບລາງວັນທຸລະກິດອາຊຽນດີເດັ່ນ ເພື່ອຍ້ອງຍໍຊົມເຊີຍບັນດາວິສາຫະກິດໃນບັນດາຂົງເຂດປະເທດອາຊຽນອີກດ້ວຍ ໂດຍປະກອບມີຂະແໜງການພົ້ນເດັ່ນຄື: Priority Sector Awards, SME Excellences Awards, Skill Development Awards, ແລະ Cambodia’s and Special Awards ເຊິ່ງໃນນັ້້ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາມາດຍາດໄດ້ລາງວັນ Cambodia’s and Special Awards ຂະແໜງການຜະລິດຕະພັນ ການບໍລິການນະວັດຕະກໍາທີີ່ເຮັດວຽກເພື່ອສົ່ງເສີມທາງດ້ານການເງິນ, ການໂອນເງິນຂ້າມປະເທດ ແລະ ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword