ກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ

ກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ ລາວ

(ASEAN Business Advisory Council Lao PDR) ໄດ້ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈັດຂື້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ຈະຈັດຂື້ນໃນວັນທີ 10-11 ພຶດສະພາ 2023 ທີ່ ປະເທດອິນໂດເນເຊຍ.
ເຊິ່ງກອງປະຊຸມຜູ້ນໍາອາຊຽນພົບປະກັບ ສະພາທີ່ປຶກສາທຸລະກິດອາຊຽນທີ່ ຈັດຂື້ນໃນວັນທີ 10 ພຶດສະພາ 2023, ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ. ພາຍໃຕ້ຫົວຂໍ້ປຶກສາຫາລື “ຄວາມເປັນແກນກາງຂອງອາຊຽນ: ສ້າງນະວັດຕະກຳ ເພື່ອກ້າວສູ່ການເປັນສູນລວມທີ່ສຳຄັນຂອງພາກພື້ນ” (ASEAN Centrality: Innovating Towards Greater Inclusivity).
ຜູ້ເຂົ້າຮ່ວມປະກອບມີບັນດາປະມຸກລັດ/ຫົວໜ້າລັດຖະບານ; ເລຂາທິການໃຫ່ຍອາຊຽນ ; ປະທານທີ່ປຶກສາທຸລະກິດອາຊຽນ ແລະ ຫົວໜ້າຄະນະບໍລິຫານທີ່ປຶກສາທຸລະກິດອາຊຽນ ຂອງປະເທດສະມາຊິກອາຊຽນ, ໂດຍການເປັນປະທານກອງປະຊຸມ ພະນະທ່ານ ໂຈໂກ ວີໂດໂດ, ປະທານນາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword