ທະນາຄານພັດທະນາອາຊີ (ADB) ລົງນາມໃນສັນຍາການສະໜອງທຶນ ມູນຄ່າ 65.8 ລ້ານໂດລາສະຫະລັດ ເພື່ອປະຕິຮູບລະບົບອາຫານກະສິກຳແບບຍືນຍົງໃນ ສປປ ລາວ
ໂຄງການນີ້ມີຈຸດປະສົງຫຼັກເພື່ອປັບປຸງຄວາມຢືດຢຸ່ນຕໍ່ສະພາບອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ, ແລະ ລາຍໄດ້ຂອງຄົວເຮືອນ. ນອກຈາກນີ້, ຍັງມີຈຸດປະສົງເພື່ອເສີມສ້າງລະບົບອາຫານ
ກະສິກຳທີ່ເນັ້ນຕະຫຼາດພາຍໃນປະເທດ ແລະ ການສົ່ງອອກສິນຄ້າທີ່ມີມູນຄ່າສູງ.
ທ່ານນາງ ແຊນນີ ແຄມເບວ, ຜູ້ອຳນວຍການ ADB ປະຈຳ ສປປ ລາວ ກ່າວວ່າ: “ຂໍ້ລິເລີ່ມນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ADB ໃນການຂະຫຍາຍການສະໜັບສະໜູນດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການໃນໄລຍະຍາວໃນອາຊີ ແລະ ປາຊີຟິກ.” ພ້ອມທັງກ່າວຕື່ມວ່າ: “ການເສີມສ້າງລະບົບອາຫານກະສິກຳນີ້ຈະເປັນປະໂຫຍດຕໍ່ຄົວເຮືອນໃນຊົນນະບົດ ແລະ ວິສາຫະກິດ ໃຫ້ມີລາຍໄດ້ທີ່ສູງຂຶ້ນ ແລະ ການເຂົ້າເຖິງຕະຫຼາດທີ່ດີຂຶ້ນ.”
.
ໂຄງການຈະມີການລົງທຶນໃນບໍລິການທາງດ້ານການເງິນ, ບໍລິການດ້ານວິຊາການທີ່ປຸງແຕ່ງ, ໂຄງລ່າງພື້ນຖານຂະໜາດນ້ອຍ, ແລະ ຄວາມປອດໄພຂອງອາຫານ ເພື່ອສະໜັບສະໜູນຈຸດປະສົງດັ່ງກ່າວ. ໂຄງການຈະໃຫ້ບໍລິການທາງດ້ານການເງິນທົ່ວປະເທດ, ໃນຂະນະທີ່ບໍລິການທີ່ປຶກສາທາງດ້ານວິຊາການ ແລະ ໂຄງລ່າງພື້ນຖານຈະຖືກຈັດຕັ້ງປະຕິບັດຢູ່ແຂວງຈຳປາສັກ, ສາລະວັນ, ແລະ ເຊກອງ ທາງພາກໃຕ້, ລວມທັງແຂວງຫົວພັນ, ຜົ້ງສາລີ, ແລະ ໄຊຍະບູລີ ທາງພາກເໜືອ. ສິນຄ້າທີ່ມີມູນຄ່າສູງ ເຊັ່ນ: ໄມ້ໄຜ່, ກາເຟ, ທຸລຽນ, ມັນຕົ້ນແບບຍືນຍົງ, ແລະ ຊາ ຈະໄດ້ຮັບການສົ່ງເສີມຫຼາຍຂື້ນເພື່ອເພີ່ມມູນຄ່າກ່ອນການສົ່ງອອກ.
.
ພາກກະສິກຳຂອງ ສປປ ລາວ ມີທ່າແຮງໃນການເຕີບໂຕຢ່າງຫຼວງຫຼາຍຈາກຄວາມຕ້ອງການພາຍໃນປະເທດ ແລະ ພາກພື້ນທີ່ເພີ່ມຂຶ້ນ. ແນວໃດກໍຕາມ, ການປົດລ໋ອກທ່າແຮງນີ້ຈຳເປັນຕ້ອງປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ຄວາມຢືດຢຸ່ນຂອງລະບົບອາຫານກະສິກຳ, ເພີ່ມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ, ແລະ ເພີ່ມການສົ່ງອອກສິນຄ້າທີ່ມີມູນຄ່າສູງ.
.
ໂຄງການດັ່ງກ່າວ, ຈະໄດ້ຮັບການສະໜັບສະໜູນເງິນທຶນໃນມູນຄ່າ 50 ລ້ານໂດລາສະຫະລັດຈາກ ADB, ກອງທຶນພື້ນຖານໂຄງລ່າງອາຊຽນ ແລະ European Union-ASEAN Catalytic Green Finance Facility ພ້ອມທັງທຶນຊ່ວຍເຫລືອລ້າ ມູນຄ່າ 13 ລ້ານໂດລາສະຫະລັດ ຈາກ ກອງທຶນພັດທະນາອາຊີ ແລະ ກອງທຶນດິນຟ້າອາກາດສີຂຽວ ໂດຍຜ່ານກອງທຶນເພື່ອການຮ່ວມມືດ້ານຄວາມເຂັ້ມແຂງຂອງຊຸມຊົນ ເຊິ່ງຈະໄດ້ຮັບການຈັດຕັ້ງປະຕິບັດ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ຮັບການສະໜັບສະໜູນ ໃນການຈັດຕັ້ງປະຕິບັດຈາກກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ທະນາຄານແຫ່ງ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ຂໍ້ມູນຈາກເວັບໄຊ: https://www.adb.org
