The cocktail for thank you the supporter for supporting the ABA Laos

ໃນວັນທີ 17 ພະຈິກ 2020 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI)

ໄດ້ເປັນເຈົ້າພາບຈັດງານສະຫລຸບການຈັດຕັ້ງປະຕິບັດງານລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະ ງານລ້ຽງຂອບໃຈຜູ້ສະໜັບສະໜູນ ທີ່ ໃຫ້ການສະໜັບສະໜູນການຈັດງານລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ຕະຫລອດໄລຍະຜ່ານມາ.

ຈຸດປະສົງຕົ້ນຕໍແມ່ນເພື່ອສະຫລຸບຜົນຂອງການຈັດຕັ້ງປະຕິບັດລາງວັນທຸລະກິດອາຊຽນລາວ (ABA Laos) ແລະ ງານລ້ຽງຂອບໃຈຜູ້ສະໜັບສະໜູນ ແລະ ຄູ່ຮ່ວມຍຸດທະສາດທີ່ໄດ້ເປັນສ່ວນໜຶ່ງໃນການຈັດງານລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະ ງານລ້ຽງ (GALA Dinner) ສຳລັບການມອບລາງວັນໃຫ້ຜູ້ຊະນະ. ເຊິ່ງແຂກຜູ້ມີກຽດທີ່ໄດ້ເຂົ້າຮ່ວມງານດັ່ງກ່າວເຊັ່ນ: ໂຄງການແຜນງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED Project) ພາຍໃຕ້ ໂຄງການຮ່ວມມື ລາວ-ເຢຍລະມັນ (GIZ), ຄະນະປະທານ ສຄອຊ, ຜູ້ໄດ້ຮັບລາງວັນ, ຄູ່ຮ່ວມຍຸດທະສາດ, ຄະນະກຳມະການຕັດສິນງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ພ້ອມດ້ວຍນັກທຸລະກິດ ແລະ ທີມງານກອງເລຂາງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword