ບໍລິສັດ ຄໍາພູວົງ ກຣຸບ ສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ຄໍາພູວົງ ກຣຸບ ສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024), ໃນວັນທີ 12 ສິງຫາ 2024, ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ຄໍາພູວົງ ກຣຸບ ໃຫ້ກຽດລົງນາມເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024, ລົງນາມໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ຈັນທະວົງ ພະມີສິດ, ປະທານ ບໍລິສັດ ຄໍາພູວົງ ກຣຸບ, ເຊິ່ງເປັນຈຳນວນເງິນທັງຫມົດ 250,000,000 ກີບ (ສອງຮ້ອຍຫ້າສິບລ້ານກີບຖ້ວນ)
ການສະໜັບສະໜູນໃນຄັ້ງນີ້ແມ່ນເພື່ອເປັນການຜັກດັນຊຸກຍູ້ດ້ານການຈັດຕັ້ງປະຕິບັດແຜນງານຕະຫລອດໄລຍະການເປັນປະທານ ສະພາທີ່ປຶກສາທຸລະກິດອາຊຽນ 2024 ຂອງ ສປປ ລາວ ກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ຕາງໜ້າໃຫ້ກັບອົງກອນພາກທຸລະກິດໃນການເປັນປະທານຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ພ້ອມທັງເປັນການສ້າງສາຍສໍາພັນອັນດີ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ປະທານ ບໍລິສັດ ຄໍາພູວົງ ກຣຸບ ໃນການສົ່ງເສີມ ແລະ ເສີມຂະຫຍາຍດ້ານການຮ່ວມມື, ມີສ່ວນຮ່ວມເຊິ່ງກັນ ແລະ ກັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເສີມສ້າງຄວາມເຂັ້ມເເຂງໃຫ້ແກ່ບັນດາທຸລະກິດລາວ ໃນການດຳເນີນທຸລະກິດທັງພາຍໃນ ແລະ ຮ່ວມມືກັບບັນດາປະເທດຕ່າງໆໃນລະດັບພາກພື້ນອີກດ້ວຍ. ເຊິ່ງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword