ກອງປະຊຸມໃຫຍ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຄັ້ງທີ IV
ກອງປະຊຸມໃຫຍ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຄັ້ງທີ IV ໄດ້ໄຂຂື້ນ ໃນວັນທີ 25 ກໍລະກົດ 2025 ທີ່ ສະໂມສອນແຂວງ. ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ແຂວງຫຼວງນໍ້າທາ,
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ບຸນສົງ ແກ້ວມະນີ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ໂດຍມີ ທ່ານ ສັງຄົມ ຈັນສຸກ ຮອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບັນດາການນຳເມືອງ, ຕາງໜ້າຈາກ ສຄອ ແຂວງ ພາກເໜືອ ອ້ອມຂ້າງ, ພະແນກການອ້ອມຂ້າງ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ຕາງໜ້າຈາກອົງການພາກລັດທີ່ກ່ຽວຂ້ອງ, ສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງຫຼວງນໍ້າທາ.
ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ການຈັດຕັ້ງ, ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງນໍ້າທາ ໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກໍາລັງແຮງທີ່ສໍາຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ຂະຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.
ທ່ານ ບຸນສົງ ແກ້ວມະນີ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ກໍ່ໄດ້ກ່າວເປີດກອງປະຊຸມ ແລະ ທ່ານ ຄໍາຜາຍ ໄຊພະຈັນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 742/ຈຂ ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການອະນຸຍາດໃຫ້ເປີດກອງປະຊຸມໃຫຍ່ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຄັ້ງທີ IV.
ທ່ານ ບົວທອງ ອຸດົມສິລິ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ໄດ້ຂຶ້ນລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງຫຼວງນໍ້າທາ ໃນໄລຍະຜ່ານມາ (ຊຸດທີ III) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຊຸດທີ IV (ປີ 2025-2030).
ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ແຂວງຫຼວງນໍ້າທາ ໃນໄລຍະປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ກອງປະຊຸມຍັງໄດ້ມອບໂລ້ລາງວັນໃຫ້ນັກທຸລະກິດດີເດັ່ນປະຈໍາປີ, ມອບໃບຍ້ອງຍໍຂອງແຂວງ ແລະ ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວນັກທຸລະກິດດີເດັ່ນປະຈໍາປີ. ຈາກນັ້້ນ, ບັນດາສະມາຊິກສົມບູນຂອງ ສຄອ ແຂວງຫຼວງນໍ້າທາ ກໍ່ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕຂອງຕົນມີຄວາມຮັບຜິດຊອບສູງດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສຄອ ແຂວງຫຼວງນໍ້າທາ ຊຸດໃໝ່ ຊຸດທີ IV ຕາມລະບຽບການ, ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂຕົວຈິງ. ເຊິ່ງມີຜູ້ສະໝັກທັງໝົດ 21 ທ່ານ ແລະ ເລືອກເອົາ 17 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານ ສຄອ ແຂວງຫຼວງນໍ້າທາ ຊຸດທີ IV ໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:
ຕົກລົງເລືອກເອົາຄະນະປະຈໍາ 7 ທ່ານ, ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
- ທ່ານ ຄໍາຜາຍ ໄຊພະຈັນ ຄະນະປະຈໍາ, ເປັນປະທານ
- ທ່ານ ນາງ ບົວທອງ ອຸດົມສິລິ ຄະນະປະຈໍາ, ເປັນຮອງປະທານ
- ທ່ານ ນາງ ດວງມະນີ ເຢຍເຊັງ ຄະນະປະຈໍາ, ເປັນຮອງປະທານ
- ທ່ານ ນາງ ພິລາວັນ ອັ່ນລາວັນ ຄະນະປະຈໍາ, ເປັນຮອງປະທານ
- ທ່ານ ຄໍາເຫຼັກ ເຊີນຈີເຕີ ຄະນະປະຈໍາ, ເປັນຮອງປະທານ
- ທ່ານ ອິນເຕີ ລາວກົງ ຄະນະປະຈໍາ, ເປັນຮອງປະທານ
- ທ່ານ ສີມອນ ແກ້ວວຽງເພັດ ຄະນະປະຈໍາ, ເປັນຮອງປະທານ
ຕົກລົງເລືອກເອົາຄະນະກວດກາ 2 ທ່ານ, ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
- ທ່ານ ຄໍາເຫຼັກ ເຊີນຈີເຕີ ເປັນປະທານກວດກາ
- ທ່ານ ສຸວັນໄຊ ຄໍາຫຼ້າ ເປັນຮອງປະທານກວດກາ
ຕົກລົງເລືອກເອົາຄະນະບໍລິຫານງານ 9 ທ່ານ, ເຊິ່ງ ມີລາຍລະອຽດດັ່ງລຸ່ມນີ້:
- ທ່ານ ຄໍາຈັນ ຈັນທະມາດ ເປັນຄະນະບໍລິຫານງານ
- ທ່ານ ສອນໄຊ ປັນຍາດິດ ເປັນຄະນະບໍລິຫານງານ
- ທ່ານ ສິດທິກອນ ພະນາລວຍ ເປັນຄະນະບໍລິຫານງານ
- ທ່ານ ຄໍາດີ ລູໂກກວາງ ເປັນຄະນະບໍລິຫານງານ
- ທ່ານ ສິນໄຊ ແກ້ວມະນີວົງ ເປັນຄະນະບໍລິຫານງານ
- ທ່ານ ວິໄລກອນ ແກ້ວລະຄອນ ເປັນຄະນະບໍລິຫານງານ
- ທ່ານ ມິດສຳພັນ ພົມຄໍາ ເປັນຄະນະບໍລິຫານງານ
- ທ່ານ ທອງໄຫວ ພອນໄຊຍະວົງ ເປັນຄະນະບໍລິຫານງານ
- ທ່ານ ຈັນທະພອນ ຄໍາມຸນທາ ເປັນຄະນະບໍລິຫານງານ
ພ້ອມດຽວກັນນັ້ນ; ໄດ້ເລືອກເອົາເລືອກເອົາຄະນະທີ່ປຶກສາ, ເຊິ່ງມີລາຍຊື່ດັ່ງລຸ່ມນີ້:
- ທ່ານ ບຸນສົງ ແກ້ວມະນີ ເປັນປະທານທີ່ປຶກສາ,
- ທ່ານ ບຸນພັນ ມາຢົງເຊີນ ເປັນຮອງປະທານທີ່ປຶກສາ,

ໃນທີ່ກອງປະຊຸມ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວມີຄໍາເຫັນຕໍ່ບັນດາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຊຸດໃໝ່ນີ້ ໄດ້ເນັ້ນເຖິງພາລະບົດບາດ ແລະ ໜ້າທີ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີ ດຳລັດ ສະບັບເລກທີ 237/ນຍ ລົງວັນທີ 18 ພຶດສະພາ 2020 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຄື່ອນໄຫວ ແລະ ຂໍໃຫ້ຄະນະຊຸດ ໃໝ່ນີ້ ຈົ່ງໄດ້ເອົາໃຈໃສ່ບຸກໜ້າບືນຕົວ ແລະ ສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ຖືກມອບໜາຍໃນການສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ວາງອອກໃນການພັດທະນາພາກທຸລະກິດໃນ ສປປ ລາວ ສຳລັບປີ 2021-2025 ແລະ ຍັງຈະສຶບຕໍ່ໃນໄລຍະປີ 2026-2030 ເຊິ່ງປະກອບມີ 6 ເສົາຄໍ້າຄື:
(1) ເສົາຄ້ຳທີ1: ການພົບປະລະຫວ່າງລັດ-ທຸລະກິດ ເພື່ອປັບປຸງແວດລ້ອມການດຳເນີນທຸລະກິດ;
(2) ເສົາຄ້ຳທີ2: ການພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໂດຍຜ່ານສູນບໍລິການ SME (SSC);
(3) ເສົາຄ້ຳທີ3: ການສົ່ງເສີມຕະຫຼາດຜະລິດຕະພັນລາວ;
(4) ເສົາຄ້ຳທີ 4: ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທືນທີ່ຢືນຍົງ;
(5) ເສົາຄ້ຳທີ 5: ການພັດທະນາຜູ້ປະກອບການ ແລະ ກິດຈະກຳຜູ້ໃຊ້ແຮງງານປະກອບ;
(6) ເສົາຄ້ຳທີ 6: ຂ້້ມູນຂ່າວສານ, ການພົວພັນມວນຊົນ ແລະ ການບໍລິການໃຫ້ສະມາຊິກ
ໂອກາດດັ່ງກ່າວ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ແຂວງຫຼວງນໍ້າທາ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ແກ່ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ ຊຸດໃໝ່ນີ້. ໄດ້ສະແດງຄໍາຍ້ອງຍໍ້ຊົມເຊີຍຕໍຄະນະຮັບພິຊອບທີໄດ້ເອົາໃຈໃສ່ກະກຽມຄວາມພ້ອມກອງປະຊຸມໃນຄັ້ງນີ້ພ້ອມທັງເໜັນໜັກໃຫ້ຄະນະບໍລິຫານງານ ຊຸດໃໝ່ນີ້ ຈົ່ງຖືເອົາວຽກງານການເມືອງແນວຄິດເປັນບັນຫາທີ່ສໍາຄັນ, ກໍ່ສ້າງພັກນໍາພາເປັນຕົວແທນໃຫ້ປະຊາຊົນຜົນປະໂຫຍດຂອງປະຊາຊົນ, ສ້າງກົນຈັກຂອງປະຊາຊົນໂດຍປະຊາຊົນຮັບໃຊ້ປະຊາຊົນ, ເຕົ້າໂຮມທຸລະກິດໃຫ້ມີຄວາມສາມັກຄີ ສະໜັບສະໜູນຊ່ວຍເຫຼື່ອ ເຊິ່ງກັນ ແລະ ກັນ ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຍຸ້ງຍາກ, ເປີດກວ້າງການຮ່ວມມືຢ່າງສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດກັບຕ່າງປະເທດ ແລະ ອົງການປົກຄອງແຂວງຈະສືບຕໍ່ໃຫ້ຄວາມສຳຄັນພາລະບົດບາດ ສຄອ ແຂວງ ເອົາໃຈໃສ່ສະໜັບສະໜູນ ສ້າງເງື່ອນໄຂອຳນວຍຄວາມສະດວກຢ່າງ ເໝາະສົມເພື່ອໃຫ້ ສຄອ ແຂວງ ມີຄວາມເຂັ້ມແຂງ ແລະ ສຳເລັດໜ້າທີ່ໃນຂົງເຂດຂອງຕົນ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ກອງປະຊຸມໄດ້ປະສົບຜົນສຳເລັດ ແລະ ປິດລົງໃນເວລາ 12:00 ຂອງວັນດຽວກັນ
