ກອງປະຊຸມຄັ້ງປະຖົມມະລຶກ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ

ກອງປະຊຸມຄັ້ງປະຖົມມະລຶກ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ

ກອງປະຊຸມຄັ້ງປະຖົມມະລຶກ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ, ໃນວັນທີ 21 ມີຖຸນາ 2023, ທີ່ຈັດຂຶ້ນທີ່ໂຮງແຮມແລນມາກ.

ທ່ານ ປອ ນາງ ວາລີ ເວດສະພົງ ແລະ ທ່ານ ຈັນທອນ ສິດທິໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລືກ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງທົ່ວປະເທດ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ(ຄອຄຂ.ສ); ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ), ທັງເປັນຮອງຫົວໜ້າ ແລະ ຜູ້ປະຈໍາການ ຄອຄຂ.ສ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ພະແນກ ອຄ, ພະແນກ ຍທຂ ແລະ ພ້ອມບັນດາຕາງໜ້າທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງແມ່ນ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນ 06 ເດືອນທ້າຍປີ 2023. ເພື່ອການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ແລະ ຂັ້ນແຂວງ ຕາມດໍາລັດເລກທີ 145/ນຍ. ເພື່ອປຶກສາຫາລື, ປະກອບຄຳເຫັນ ແລະ ຂໍ້ສະເໜີກ່ຽວກັບບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົ່ນສົ່ງ ທົ່ວປະເທດ
ເຊີ່ງຄະນະດັ່ງກ່າວຄະນະກຳມະການ ມີກອງເລຂາ ເຊິ່ງມີ 2 ຂັ້ນ ຄື: ຂັ້ນສູນກາງ ແມ່ນທ່ານຮອງລັດຖະມົນຕີກະຊວງ ອຄ ເປັນຫົວໜ້າຄະນະ, ຂັ້ນແຂວງ ແມ່ນທ່ານຫົວໜ້າພະແນກ ອຄ ເປັນຫົວໜ້າຄະນະ. ກອງເລຂາໄດ້ແບ່ງອອກເປັນ 2 ໜ່ວຍງານ ຄື: 1). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ມີຈຸດປະສານງານຢູ່ຂະແໜງ ອຄ. 2). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ມີຈຸດປະສານງານຢູ່ຂະແໜງ ຍທຂ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword