ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ-ABIS ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລາວ-ຈີນ

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ-ABIS ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລາວ-ຈີນ

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ-ABIS ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລາວ-ຈີນ

ວັນທີ 10 ຕຸລານີ້, ໄດ້ມີພິທີເຊັນສັນຍາຮ່ວມມືດ້ານການຊຸກຍູ້ການຮ່ວມມືອຸດສາຫະກໍາການຂົນສົ່ງ, ເສດຖະກິດ-ການຄ້າ ແລະຍຸດທະສາດ ລະຫວ່າງພາກລັດຖະບານ ກັບວິສາຫະກິດຂອງສອງປະເທດລາວ-ຈີນ ໂດຍຜ່ານກອງປະຊຸມທຸລະກິດ ແລະ ການລົງທຶນສຸດຍອດອາຊຽນທີ່ຈັດຂຶ້ນໃນນະຄອນຫຼວງວຽງຈັນລະຫວ່າງວັນທີ 8-11 ຕຸລາ 2024 ແນໃສ່ຈຸດປະສົງເພື່ອສ້າງເງື່ອນໄຂໃຫ້ແກ່ການຮວ່ມມືລາວ-ຈີນກ້າວສູ່ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ໃນເວທີດັ່ງກ່າວ, ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ໄດ້ເຊັນສັນຍາຮ່ວມມື ກັບຕາແສງມາຝາງ ເມືອງຜິງກູ່ ນະຄອນຫຼວງປັກກິ່ງ ວ່າດ້ວຍການສົ່ງເສີມການຮ່ວມມືທາງດ້ານອຸດສາຫະກໍາ ແລະ ໂລຈິດຕິກ, ຫຼັງຈາກນັ້ນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຍັງໄດ້ເຊັນສັນຍາຮ່ວມມືກັບເຂດພັດທະນາໂລຈິສຕິກຈິ່ງຜິງ ນະຄອນຫຼວງປັກກິ່ງ ກ່ຽວກັບການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງ ລາວ-ຈີນ, ນອກນັ້ນ,
ສະມາຄົມການຄ້າມິດຕະພາບ ແລະ ການຮ່ວມມືລາວ-ຈີນ(LCC), ກຸ່ມເຕັກໂນໂລຊີດິຈິຕອລແຫ່ງຊາດລາວ(LADT), ສະມາຄົມຄົ້ນຄວ້າວິໃຈເພີ່ມປະສິດທິພາບພື້ນຖານໂຄງລ່າງພື້ນຖານຂອງຈີນ(COSCC) ແລະ ບໍລິສັດ Far East Credit Rating Co., Ltd (FECR) ໄດ້ລົງນາມໃນສັນຍາຮ່ວມມືໃນທາງຍຸດທະສາດທັ້ງ 4 ຝ່າຍ ແລະ ຮ່ວມກັນເປີດໂຕ “ບົດລາຍງານການຈັດອັນດັບສິນເຊື່ອອະທິປະໄຕໃນບັນດາກຸ່ມປະເທດອາຊຽນ ASEAN Sovereign Credit Rating Report” ແລະ ຍັງມີພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ສະຖາບັນຄົ້ນຄວ້າການຢາສາກົນອາຊຽນ-ຮົງກົງ ກັບສະມາຄົມທຸລະກິດການຢາ ແລະ ຜະລິຕະພັນການແພດລາວ,
ການເຊັນສັນຍາກຸ່ມບໍລິສັດລາວເນເຊັນນໍດິຈິຕ໋ອນເທັກໂນໂລຢີຮ່ວມກັບບໍລິສັດ E-gets ເພື່ອຮ່ວມມືກັນເຊື່ອມໂຍງສະຖານະການຊີວິດດິຈິຕອລໃນທົ່ວພາກພື້ນອາຊຽນ, ແລະ ອີກຫລາຍສະບັບສັນຍາການຮ່ວມມື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ມະໂນທອງ ວົງໄຊ, ຮອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ,ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນກະຊວງແຜນການ ແລະການລົງທຶນ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword