ຄະນະນຳຂອງອົງການສາມຝ່າຍ ເຄື່ອນໄຫວລົງຢ້ຽມຢາມ ແລະ ພົບປະຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດວັນກຳມະກອນສາກົນ

ຄະນະນຳຂອງອົງການສາມຝ່າຍ ເຄື່ອນໄຫວລົງຢ້ຽມຢາມ ແລະ ພົບປະຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດວັນກຳມະກອນສາກົນ

ຄະນະນຳຂອງອົງການສາມຝ່າຍ ເຄື່ອນໄຫວລົງຢ້ຽມຢາມ ແລະ ພົບປະຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດວັນກຳມະກອນສາກົນ (01 ພຶດສະພາ 2023)

ໃນວັນທີ 28 ເມສາ 2023 ທີ່ໂຮງງານຕັດຫຍິບເວັນເຈີ ແລະ ໂຮງງານຕັດຫຍິບອານເປີລາວ.
ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມຄະນະສະມາຄົມກຸ່ມທຸລະກິດ ແລະ ຄະນະລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ແລະ ສູນກາງສະຫະພັນກຳມະບານລາວ ໃນນາມອົງການສາມຝ່າຍ ໄດ້ລົງຢ້ຽມຢາມ ແລະ ພົບປະຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ (ວັນທີ 01 ພຶດສະພາ) ປະຈຳປີ 2023 ຄົບຮອບ 137 ປີ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ວິໄລ ວົງຂະເສີມ, ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະນຳຂອງກະຊວງ, ກົມ, ພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.
ຈຸດປະສົງ ກໍແມ່ນເພື່ອຢ້ຽມຢາມ ແລະ ພົບປະຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ນອກນັ້ນກໍ່ຍັງເປັນການຍ້ອງຍໍຊົມເຊີຍບັນດາ ກຳມະກອນທີ່ຢູ່ໃນຫົວໜ່ວຍແຮງງານ ເນື່ອງໃນໂອກາດວັນກຳມະກອນສາກົນ ທີ່ຈະມາເຖີງໃນມໍ່ໆນີ້ ຢູ່ໂຮງງານຕັດຫຍິບເວັນເຈີ ແລະ ໂຮງງານຕັດຫຍິບອານເປີລາວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword