ກອງປະຊຸມສຳມະນາ ສ້າງຄວາມອາດສາມາດໃນການຈັດຕັ້ງປະຕິບັດກົນໄກກອງປະຊຸມ ທຸລະກິດລາວ
ກອງປະຊຸມສຳມະນາ ສ້າງຄວາມອາດສາມາດໃນການຈັດຕັ້ງປະຕິບັດກົນໄກກອງປະຊຸມ ທຸລະກິດລາວໄດ້ຖືກຈັດຂຶ້ນໃນວັນທີ 19 ມິຖຸນາ 2024, ເວລາ 09:00-16:00 ທີ່ຫ້ອງປະຊຸມຊັ້ນ 2 ທີ່ໂຮງແຮມຊະນະແກ້ວ, ແຂວງຫຼວງພະບາງ
ໂດຍການເປັນປະທານຮ່ວມຂອງ ທ່ານ ແສງພະນົມຈອນ ອິິນທະສານ, ຮອງຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ (ກຊອຄ) ແລະ ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ). ກອງປະຊຸມມີການເຂົ້າຮ່ວມໂດຍ ວິຊາການຈາກກອງເລຂາກອງປະຊຸມທຸລະກິດລາວ (ສຄອຊ), ຕາງໜ້າຈາກຫ້ອງວ່າການແຂວງ, ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຈາກ 5 ແຂວງພາກເໜືອ (ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງວຽງຈັນ) ເຂົ້າຮ່ວມ, ທັງໝົດ 29 ທ່ານ (ຍິງ 09 ທ່ານ).
ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອ ແນະນໍາເນື້ອໃນ ຂໍ້ຕົກລົງ 04/ນຍ ວ່າດ້ວຍກົນໄກການປຶກສາຫາລືພາຍໄຕ້ກອງປະຊຸມທຸລະກິດລາວ ແລະ ສ້າງຄວາມອາດສາມາດໃຫ້ແກ່ ກອງເລຂາ ແລະ ຈຸດປະສານງານພາກລັດ ຂອງ ບັນດາແຂວງພາກເໜືອ. ພ້ອມກັນນີ້, ກອງປະຊຸມໄດ້ຮັບຟັງຄຳຄິດເຫັນ ແລະ ສິ່ງທ້າທາຍ ທີ່ຍົກຂື້ນຈາກກອງເລຂາຂອງ 5 ແຂວງທີ່ເຂົ້າຮ່ວມ ໃນການປະຕິບັດກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຂັ້ນແຂວງ. ຫຼັງຈາກນັ້ນ, ຕາງໜ້າກອງເລຂາກອງປະຊຸມທຸລະກິດລາວໄດ້ຂຶ້ນສະເໜີບົດເເນະນຳລະອຽດ ຕໍ່ຂັ້ນຕອນວິທີການຮ່າງ ແລະ ນໍາໃຊ້ບົດສະເໜີບັນຫາຂອງພາກທຸລະກິດ, ພ້ອມທັງສະເໜີຕົວຢ່າງບົດສະເໜີບັນຫາ (position paper) ທີ່ດີ ໃຫ້ແກ່ກອງເລຂາຂັ້ນແຂວງ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ. ໃນຕອນທ້າຍ, ຜູ້ຊ່ຽວຊານໂຄງການ ນຳສະເໜີຄວາມສຳຄັນຂອງສະພາບແວດລ້ອມການດຳເນິນທຸລະກິດ (B-Ready) ໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອເນັ້ນຢໍ້າເຖິງຄວາມສໍາຄັນຂອງການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ.

