ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 5

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 5

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 5, ໃນວັນທີ 06 ທັນວາ 2022 ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ.
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ (ສຄອ.ຈສ)

ເຂົ້າຮ່ວມກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 5 ເຊິງຈັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID)
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄິລ ຣອນນິ່ງ, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວ ຈັດຂຶ້ນແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະ ປີ 2022 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກຂອງໂຄງການ ສຳລັບໄລຍະ ປີ 2023. ມາຮອດປະຈຸບັນ, ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ບັນລຸຜົນສຳເລັດອັນສໍາຄັນ ລວມມີ ການສ້າງດໍາລັດ ວ່າດ້ວຍ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ, ການສ້າງແອັບ SMARTUP ຊຶ່ງເປັນຊ່ອງທາງການຮຽນຮູ້ແບບດິຈິຕອລ ກ່ຽວກັບ ວິທີການດຳເນີນທຸລະກິດ ສຳລັບ SME ແລະ ການຈັດຕັ້ງປະຕິບັດກົນໄກການປຶກສາຫາລື ລະຫວ່າງ ພາກລັດ-ພາກທຸລະກິດ ຢູ່ແຂວງ ຈຳປາສັກ.
ໃນພິທີເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ອົງການ USAID ຕໍ່ການສະໜັບສະໜູນອັນຍາວນານ ໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນໄລຍະທົດສະວັດທີ່ຜ່ານມາ. ທ່ານກ່າວວ່າ “ໂຄງການ USAID LBE ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດຂອງ ສປປ ລາວ ໃນການພັດທະນາພາກເອກະຊົນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ. ໂຄງການ ໄດ້ບັນລຸຜົນສຳເລັດອັນເປັນຮຸບປະທຳ ໃນການສ້າງຄວາມສາມາດໃຫ້ຫົວໜ່ວຍທຸລະກິດໃນຂະແໜງທ່ອງທ່ຽວ ແລະ ຫັດຖະກຳ”.
ທ່ານ ໄມເຄິລ ຣອນນິ່ງ, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ໄດ້ເນັ້ນຢ້ຳການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ USAID ແລະ ກະຊວງ ອຄ. “ພ້ອມນັ້ນ, ເຫັນວ່າໂຄງການ ມີຄວາມຄືບໜ້າ ພ້ອມທັງໄດ້ຮັບຜົນສຳເລັດອັນສຳຄັນ ຊຶ່ງເປັນຜົນມາຈາກການສະໜັບສະໜູນຂອງກະຊວງ ອຄ ແລະ ບັນດາພາກທຸລະກິດ. ໃນໄລຍະປີທີ 4, ພວກເຮົາ ຈະສືບຕໍ່ສ້າງຜົນສຳເລັດທີ່ເປັນຮຸບປະທຳໃຫ້ແກ່ບັນດາຫົວໜ່ວຍທຸລະກິດ. USAID ຈະສືບຕໍ່ຍຶດໝັ້ນໃນການຊ່ວຍເຫຼືອ ສປປ ລາວ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ສົ່ງເສີມການຄ້າ ແລະ ການລົງທຶນ ແລະ ຟື້ນຄືນເສດຖະກິດຂອງ ສປປ ລາວ”.
ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກປີ 2022 ຂອງໂຄງການ USAID LBE ແມ່ນໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມນະໂຍບາຍການຄ້າຕ່າງປະເທດ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກຂອງໂຄງການ USAID LBE ສຳລັບປີ 2023.
ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການຍົກລະດັບຄວາມສາມາດດ້ານແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂອງປະເທດ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword