ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2024

ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2024

ໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2024 .

ໃຫ້ກຽດການເປັນປະທານໂດຍ: ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ກຸສີມ ຈັນທະປັນຍາ ຮອງຫົວໜ້າຫ້ອງການ ,ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ເລືອງໄຊ ບຸນໂຊກວັນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫັວນນະເຂດ,ທ່ານ ວຽງໄຊ ອີນທະວົງສາ ຮອງປະທານ ສຄອ ແຂວງ ວຽງຈັນ, ທ່ານ ດຳໝີ ສີງດວງຈັນ ຜູ້ອຳນວຍການຝ່າຍພົວພັນລັດຖະບານ ບໍລິສັດ ເບຍລາວ, ທ່ານ ນາງ ຈັນທະດອມ ເມກສະຫວັນ, ຮອງຜູ້ອຳນວຍການໃຫຍ່ ຜູ້ຊີ້ນຳວຽກງານ ຝ່າຍບັນຊີ-ການເງິນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ,
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ຜູ້ຊີ້ນໍາວຽກງານວາງສະແດງ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ສະຫວັນນະເຂດ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງທົ່ວປະເທດ ຈະໄດ້ຈັດ ງານ ຜະລິດຕະພັນລາວ 2024 (Made in Laos 2024) ເຊີ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 28/09-07/10/2024 (10 ວັນ) ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ.
ງານວາງສະແດງຜະລິດຕະພັນລາວໄດ້ຈັດຂື້ນຄັ້ງທຳອິດ ໃນປີ 2011 ຈົນເຖິງປັດຈຸບັນ, ແລະ ປີນີ້ ແມ່ນຄົບຮອບ 10 ປີຂອງການຈັດງານ. ປີນີ້ແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນນະເຂດ ເປັນເຈົ້າພາບຮ່ວມໃນການຈັດງານ, ເຊິ່ງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນນະເຂດ ຈະໄດ້ມີການອອກແບບຕົບແຕ່ງ Booth Pavilion ເປັນພິເສດ ແລະ ສວຍງາມເພື່ອສະແດງໃຫ້ເຫັນ ວິທີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານ ວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບວິຖິການດຳລົງຊີວິດ ຂອງຊາວ ແຂວງ ສະຫັວນນະເຂດ ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຂດເສດຖະກິດພິເສດ,ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດຖະນະທຳທີ່ສວຍງາມ, ອາຫານການກີນ, ການນຸ່ງຖື ແລະ ຜະລິຕະພັນສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ສະຫວັນນະເຂດ.
ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກຄູ່ຮ່ວມຍຸດທະສາດ 2 ບໍລິສັດຄື: ບໍລິສັດ ປີໂຕຣລ້ຽມເທຣດດີງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ, ນອກຈາກນັ້ນກໍ່ຍັງມີ ຫຼາຍບໍລິສັດ ທີ່ໃຫ້ການສະໜັບສະໜູນ ງານອີກດ້ວຍ
ຈຸດປະສົງຫຼັກໃນການຈັດງານ ກໍ່ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂື້ນ ພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫ່ຍ ໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມແຂ່ງຂັນກັບຕະຫຼາດ ເພື່ອຈຳໜ່າຍຕະຫລາດພາຍໃນແລະສົ່ງອອກສູ່ສາກົນໄດ້, ພ້ອມດຽວກັນນີ້,ການຈັດງານໃນຄັ້ງນີ້ ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນີກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາການຜະລິດສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທືນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານກໍ່ຄື ແຂວງ ສະຫວັນນະເຂດ ຕະຫຼອດເຖີງທຸກໆແຂວງທົ່ວປະເທດທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.
ງານວາງສະແດງໃນຄັ້ງນີ້ ມີຫຼາກຫຼາຍຜະລິດຕະພັນ, ທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ, ເຂົ້າຮ່ວມຫຼາຍກ່ວາ 200 ຫ້ອງວາງສະແດງ ຈາກຫລາຍກ່ວາ 150 ຜູ້ປະກອບການ, ຫົວໜ່ວຍທຸລະກິດ, ແລະ ມີຫຼາກຫຼາຍຂະແໜງການເຊັ່ນ:
1. ຂະແໜງ ຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos
2. ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ
3. ຂະແໜງ ຜະລິດຕະພັນ ເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ
4. ຂະແໜງ ຜະລິດຕະພັນ ກະສີກຳ ( ເຂົ້າ, ຊາ, ກາເຟ )
5. ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
6. ຂະແໜງ ຜະລິດຕະພັນອຸດສາຫະກໍາໜັກ-ເບົາ
7. ຂະແໜງ ຜະລິດຕະພັນ ຂົນສົ່ງ, ທະນາຄານ, ຄຣີນີກ
8. ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ
9. ຂະແຫນງ ຜະລິດຕະພັນ ໜືງເມື່ອງໜື່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບຂອງ
10. ຂະແໜງ ຜະລິດຕະພັນ ສິນຄ້າຂອງບັນປະເທດອາຊຽນ ແລະ ສປ ຈີນ
ນອກຈາກນີ້,ພາຍໃນງານມີຫຼາກຫລາຍກິດຈະກໍາເຊັ່ນ : ການວາງສະແດງສິນຄ້າ, ງານປະຊຸມສຳມະນາຕ່າງໆ ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆ ຕະຫລອດໄລຍະການຈັດງານ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword