ສະພາການຄ້າ ແລະ ອຸດສາຫະກຳ ແຂວງຜົ້ງສາລີ ຈັດກອງປະຊຸມໃຫ່ຍສະໄໝທີ III
ກອງປະຊຸມໃຫ່ຍສະໄໝທີ III ສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 13 ກຸມພາ 2026 ນີ້ ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ
ໂດຍການເປັນປະທານຮ່ວມຂອງທ່ານ ເຫຼັກ ສຸກສັນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີ, ມີທ່ານ ພອນໄຊ ອ່ອນສາ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ມີທ່ານ ຍີນໄຊ ດວງພະຈັນກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ, ເຂົ້າຮ່ວມມີບັນດາທ່ານຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີ, ແຂກເຊີນ ແລະ ວິຊາການທີກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ເຫຼັກ ສຸກສັນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານ 3 ປີ ແຕ່ປີ 2022-2025 ແລະ ວາງທິດທາງແຜນ 5 ປີການແຕ່ 2026-2030 ຂອງສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີ. ເຊີງສະພາການຄ້າ ແລະ ອຸດສາຫະກຳ ແຂວງມີຄະນະບໍລິຫານງານ 21 ທ່ານ, ຍິງ 1 ທ່ານ, ມີພະນັກງານປະຈຳທັງໝົດ 5 ທ່ານ, ຍິງ4 ທ່ານ; ໃນໄລຍະ 3 ປີຜ່ານມາໄດ້ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ແລະ ບັນດາສະມາຊິກຂອງສະສະພາການຄ້າແລະອຸດສາຫະກຳ ແຂວງ ແລະ ສຸມໃສ່ຍຸດທະສາດການພັດທະນາ6ເສົາຄ້ຳທີສະພາການຄ້າແລະອຸດສາຫະກຳແຫ່ງຊາດວາງອອກ, ປະຈຸບັນມີງົບປະມານບໍລິຫານທັງໝົດ195,233,672 ກີບ, ໂດຍໄດ້ຈັດໃຫ້ມີການພົບປະພາກລັດ ແລະເອກະຊົນເພື່ອປັບປຸງສະພາບແວ້ດລ້ອມໃນການດຳເນີນທຸລະກິດ, ຊຸກຍູ້ຊ່ວຍເຫຼືອຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະກາງ ສູນບໍລິການSME,ຮອດປີ2025ມີຫົວໜ່ວຍທຸລະກິດທັງໝົດ3,597ຫົວໜ່ວຍ, ມູນຄ່າຈົດທະບຽນ3,413.89 ຕື້ກີບທຽບໃສ່ປີ2021 ເພີ່ມຂຶ້ນ.3%, ເອົາໃຈໃສ່ສົ່ງເສີມຜະລິດຕະພັນລາວ ໂດຍການເຂົ້າຮ່ວມວ່າງສະແດງສີນຄ້າ83ຄັ້ງ, ສົ່ງເສີມເສດຖະກິດພາກພື້ນ ແລະການລົງທືນທີຍືນຍົງ, ພັດທະນາຜູ້ປະກອບການ ແລະກິດຈະການໃຊ້ແຮງງານ, ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການໃຫ້ແກ່ສະມາຊິກ. ໃນກອງປະຊຸມຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີຊຸດເກົ່າ ໄດ້ຂື້ນກ່າວລາໜ້າທີ່ ແລະ ບັນດາທ່ານທີເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແລະ ທິດທາງແຜນການ.

ຈາກນັ້ນ,ໄດ້ປະກາດລາຍຊື່ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຂວງຜົ້ງສາລີຊຸດໃໝ່ ລວມມີ26ທ່ານ,ຍິງ1ທ່ານ, ຄະນະປະຈຳ7ທ່ານ, ໂດຍເປັນເອກະສັນກັນເລືອກເອົາທ່ານ ເຫຼັກ ສຸກສັນ ເປັນປະທານ, ທ່ານ ສົມຈິດຄູນສີເຮືອງ ແລະ ທ່ານ ວິໄຊ ພົມວິທຳ ເປັນຮອງປະທານ, ປະທານແລະຮອງປະທານກວດກາ3ທ່ານ,ທີປືກສາ2ທ່ານ ແລະປະທານສະພາການຄ້າ ແລະອຸດສາຫະກຳເມືອງອີກ6ທ່ານ.
