ກອງປະຊຸມ ໃຫຍ່ສາກົນຄັ້ງທີ II ຂອງສະມາຄົມຊາວກະສິກອນຈີນ, ກອງເລຂາສະມາຄົມຊາວກະສິກອນໂລກ (ອົງກອນຊາວກະສິກອນໂລກ)

ກອງປະຊຸມ ໃຫຍ່ສາກົນຄັ້ງທີ II ຂອງສະມາຄົມຊາວກະສິກອນຈີນ, ກອງເລຂາສະມາຄົມຊາວກະສິກອນໂລກ (ອົງກອນຊາວກະສິກອນໂລກ)

ທ່ານ ບຸນທ່ຽງ ລັດຕະນະວົງ ຄະນະບໍລິການງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍ ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຈຳປາສັກ

ແລະ ພາກທຸລະກິດ ລວມຈໍານວນ 10 ທ່ານ, ໄດ້ເດີນທ່ານເຂົ້າຮ່ວມ ກອງປະຊຸມ ໃຫຍ່ສາກົນຄັ້ງທີ II ຂອງສະມາຄົມຊາວກະສິກອນຈີນ, ກອງເລຂາສະມາຄົມຊາວກະສິກອນໂລກ (ອົງກອນຊາວກະສິກອນໂລກ), ໃນລະຫວ່າງວັນທີ 01-03 ພະຈິກ 2023, ທີ່ ກ່ວາງໂຈ່ວ, ສປ ຈີນ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ຮັບຟັງການນໍາສະເໜີຂອງບັນດາຫົວໜ່ວຍທຸລະກິດຈາກ 17 ປະເທດ, ເພື່ອຊຸກຍູ້ສົ່ງເສີມໂຄງລ່າງພື້ນຖານທາງດ້ານ ການຜະລິດ, ປຸ່ງແຕ່ງ, ການຂົນສົ່ງ ໃນຂະແໜງການກະສິກຳ, ເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການຈັດຕັ້ງຊາວກະສິກອນຮ່ວມກັບບັນດາປະທ່ານຕ່າງໆ, ໃຫ້ມີຄວາມເຂັ້ມແຂງ, ຍົກສູງຄວາມສາມາດຂອງຊາວກະສິກອນຢ່າງເລີກເຊີ່ງ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ບັນດາປະເທດສະມາຊິກ ອົງກອນຊາວກະສິກອນໂລກ ໃຫ້ນັບມື້ນັບມີປະສິດທິຜົນຍີ່ງຂື້ນ.
ພ້ອມດຽວກັນນັ້ນຍັງໄດ້ຮ່ວມເຄື່ອນໄຫວຢ້ຽມຢາມ ຕະຫລາດຂາຍຍົກຂາຍຍ່ອຍກ່ຽວກັບອາຫານບໍລິໂພກ ສາກົນ, ຕົງຫວັງ, ຕະຫລາດຂາຍຍົກຂາຍຍ່ອຍກ່ຽວກັບພຶດຜັກຫມາກໄມ້, ຈ່ຽງໜານ, ສູນການຄ້າກ່ຽວກັບກາເຟ, ອຸປະກອນການປຸແຕ່ງກາເຟ ແລະ ເຄື່ອງດື່ມ, ຈີງຕາ ແລະ ສູນສົ່ງເສີມຜະລິດຕະພັນກ່ຽວກັບກະສິກຳ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword