ສະມາຄົມນັກທຸລະກິດຫວຽດນາມ ປະຈຳ ສປປ ລາວ ຈັດກອງປະຊຸມໃຫຍ່ກາງສະໄໝ, ສົ່ງເສີມການຮ່ວມມື ແລະ ການພັດທະນາ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 15 ສິງຫາ 2025, ສະມາຄົມນັກທຸລະກິດຫວຽດນາມປະຈຳ ສປປ ລາວ (AVILA) ໄດ້ຈັດກອງປະຊຸມໃຫຍ່ກາງສະໄໝ, ປະຈໍາ ປີ 2022-2027 ຢ່າງສຳເລັດຜົນ.
ເປັນກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫງວຽນ ມິນ ເຕີມ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຜູ້ແທນເຂົ້າຮ່ວມກອງປະຊຸມຫຼາຍກວ່າ 150 ທ່ານ ຈາກຄະນະກໍາມະການບໍລິຫານສູນກາງ, ຄະນະກໍາມະການບໍລິຫານ AVILA ນະຄອນຫຼວງວຽງຈັນ, ຈາກ AVILA ປະຈຳແຂວງຕ່າງໆ, ແຂກຜູ້ມີກຽດຈາກໜ່ວຍງານພາກລັດ, ຕົວແທນສະຖານທູດ, ສື່ມວນຊົນ ແລະ ຜູ້ແທນຈາກສະມາຄົມໃນພາກພື້ນ ເຂົ້າຮ່ວມກອງປະຊຸມໂດຍກົງ ທີ່ນະຄອນຫຼວງວຽງຈັນ. ໃນຂະນະດຽວກັນ, ມີຜູ້ແທນເຂົ້າຮ່ວມຜ່ານລະບົບອອນລາຍເກືອບ 100 ທ່ານ, ເຊິ່ງມາຈາກຜູ້ແທນຄະນະກໍາມະການບໍລິຫານ AVILA ໃນພາກເໜືອ, ພາກກາງ ແລະ ພາກໃຕ້, ລວມທັງສະມາຊິກຂອງ AVILA ໃນແຕ່ລະພາກພື້ນ.
ກອງປະຊຸມໄດ້ນຳສະເໜີບົດລາຍງານສະຫຼຸບຜົນການດໍາເນີນງານໃນຊ່ວງເຄິ່ງສະໄໝທໍາອິດຂອງ AVILA ແລະ ກໍານົດທິດທາງການດໍາເນີນງານໃນເຄິ່ງສະໄໝຫຼັງ, ລວມທັງລາຍງານການເງິນທີ່ໂປ່ງໃສ. ທ່ານ ຮ່ວງ ວັນ ກວນ, ຮອງປະທານ ແລະ ເລຂາທິການໃຫຍ່ AVILA ສູນກາງ ໄດ້ຊີ້ແຈງເຖິງທັງຂໍ້ໄດ້ປຽບ ແລະ ຄວາມຫຍຸ້ງຍາກທີ່ທຸລະກິດຫວຽດນາມຕ້ອງປະເຊີນໃນລາວ. ເຖິງວ່າຈະມີອຸປະສັກຫຼາຍຢ່າງ, ແຕ່ສະມາຊິກຫຼາຍທ່ານຍັງຄົງດໍາເນີນທຸລະກິດໄດ້ຢ່າງໝັ້ນຄົງ ແລະ ມີປະສິດທິພາບໃນຂະແໜງການຕ່າງໆ ເຊັ່ນ: ທະນາຄານ, ປະກັນໄພ, ສາທາລະນະສຸກ, ການກໍ່ສ້າງ ແລະ ການກະເສດ. ລາຍງານຍັງລະບຸເຖິງການເສີມສ້າງຄວາມເຂັ້ມແຂງຂອງອົງກອນ, ການຈັດກິດຈະກໍາສົ່ງເສີມການລົງທຶນ ແລະ ການເຊື່ອມໂຍງທາງການຄ້າ, ການເພີ່ມຈໍານວນສະມາຊິກ, ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນ ລວມທັງການມີສ່ວນຮ່ວມ ແລະ ໃຫ້ການສະໜັບສະໜູນກິດຈະກໍາຊຸມຊົນຊາວຫວຽດນາມ, ການກຸສົນ ແລະ ການບັນເທົາໄພພິບັດ ດ້ວຍເງິນທຶນຫຼາຍພັນລ້ານກີບ. ດ້ານການເງິນ, ໄດ້ມີການດໍາເນີນງານຢ່າງໂປ່ງໃສ, ລາຍຮັບລາຍຈ່າຍທັງໝົດຜ່ານບັນຊີຂອງສະມາຄົມ ແລະ ມີການຈັດເກັບຂໍ້ມູນຢ່າງຈະແຈ້ງ, ໂດຍລາຍໄດ້ຫຼັກແມ່ນມາຈາກຄ່າສະມາຊິກ ແລະ ການບໍລິຈາກຈາກຜູ້ສະໜັບສະໜູນ.
ກອງປະຊຸມໄດ້ກຳນົດທິດທາງການດໍາເນີນວຽກງານໃນຊ່ວງເຄິ່ງສະໄໝຫຼັງ (2025-2027) ຕັ້ງເປົ້າໝາຍທີ່ຈະຢືນຢັນບົດບາດໃນລະບົບການເມືອງ-ສັງຄົມ, ເປັນຂົວເຊື່ອມລະຫວ່າງພັກ, ລັດຖະບານ ແລະ ສະມາຊິກ ພ້ອມເສີມສ້າງຄວາມສາມັກຄີ, ຍົກລະດັບຄຸນນະພາບການດໍາເນີນງານ ແລະ ປົກປ້ອງຜົນປະໂຫຍດຂອງສະມາຊິກ.
ກອງປະຊຸມຍັງໄດ້ມີການເລືອກຕັ້ງເອົາບຸກຄະລາກອນເຂົ້າສູ່ຄະນະກໍາມະການບໍລິຫານສູນກາງ ຊຸດທີ 3 ເຊິ່ງໄດ້ມີການລົງມະຕິ ແລະ ສຳເລັດໄປດ້ວຍດີ. ມີການເພີ່ມບຸກຄະລາກອນໃໝ່ 6 ທ່ານ ເຂົ້າຮ່ວມຄະນະກໍາມະການບໍລິຫານສູນກາງ.
ທ່ານເອກອັກຄະລັດຖະທູດ ຫງວຽນ ມິນ ເຕີມ ໄດ້ກ່າວມີຄຳເຫັນ ແລະ ຊົມເຊີຍ, ໃຫ້ການປະເມີນສູງຕໍ່ຄວາມພະຍາຍາມຂອງ AVILA ແລະ ຊຸມຊົນທຸລະກິດຫວຽດນາມໃນລາວ.
ທ່ານ ເດືອງ ດິ້ງ ບ່າງ ປະທານ AVILA ໄດ້ເນັ້ນຍໍ້າເຖິງການເຂົ້າຮ່ວມຂະບວນການຮັກຊາດ, ໂດຍ AVILA ໄດ້ເປີດຕົວຂະບວນການແຂ່ງຂັນຄັ້ງໃຫຍ່ ນັບແຕ່ນີ້ຈົນເຖິງສິ້ນສຸດສະໄໝທີ 3 ໃນເດືອນຕຸລາ 2027, ໂດຍມີເປົ້າໝາຍເພື່ອ “ຍາດເອົາລາງວັນອົງກອນດີເດັ່ນ ແລະ ນັກທຸລະກິດດີເດັ່ນ”. ຂະບວນການແຂ່ງຂັນນີ້ດໍາເນີນໄປພາຍໃຕ້ຄຳຂວັນ “ສາມັກຄີ – ສ້າງສັນປະດິດຄິດສ້າງ – ຮ່ວມມື – ພັດທະນາ”.

