ຝຶກອົບຮົມການເປັນຄູຝຶກດ້ານຂັ້ນຕອນມາດຕະຖານ (SOP) ຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່

ຝຶກອົບຮົມການເປັນຄູຝຶກດ້ານຂັ້ນຕອນມາດຕະຖານ (SOP) ຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່

ໃນຕອນເຊົ້າຂອງວັນທີ  04 ພຶດສະພາ 2022, ເວລາ 09:00 ໂມງ  ທີ່ ໂຮງແຮມລາວພຣາຊ່າ  ໄດ້ມີງານຝຶກອົບຮົມການເປັນຄູຝຶກດ້ານຂັ້ນຕອນມາດຕະຖານ (Standard Operating Procedure (SOP)) ຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່ (SOP for Business Reopening in the New Normal)

ໂດຍການເປັນປະທານ ຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ຄຳຈັນ ສີວັນທອງ ຮອງຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານລາວ,  ພ້ອມດ້ວຍຕາງໜ້າຈາກກະຊວງ, ອົງການສາມຝ່າຍ, ສະຖາບັນ, ອົງການ, ສະມາຄົມ ພ້ອມຫົວໜ່ວຍທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມກອງປະຊຸມ ຮ່ວມເປັນຄູຝຶກ ດ້ານຂັ້ນຕອນມາດຕະຖານ SOP ຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້:

  • ເພື່ອແນະນຳ, ຖ່າຍທອດຄວາມຮູ້, ວິທີການຕອບໂຕ້, ຮັກສາ ແລະ ປ້ອງກັນ ກັບພະຍາດໂຄວິດ 19, ຂັ້ນຕອນມາດຕະຖານ, ການນຳໃຊ້ ແລະ ການສົ່ງເສີມ.
  • ເພື່ອແນະນຳໃຫ້ແກ່ ຜູ້ອຳນວຍຄວາມສະດວກ ເພືຶ່ອໄດ້ເຜີຍແຜ່ ໃຫ້ກ້ວາງຂວາງ ແລະ ມີປະສິດຕິພາບໃນທຸກບ່ອນເຮັດວຽກໃນທົ່ວປະເທດ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຮ່ວມມືຂອງ ອົງການແຮງງານສາກົນ/ສ.ເກົາຫຼີ.
  • ສະເໜີແຜນ SOP ແລະ ປຶກສາຫາລື ຍຸດທະສາດ, ແຜນຈັດຕັ້ງປະຕິບັດ, ຝືກອົບຮົມຜູ້ອຳນວຍຄວາມສະດວກທີ່່ໄດ້ຮັບການແຕ່ງຕັ້ງຈາກຄູ່ຮ່ວມສາມຝ່າຍ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ SOP ຢ່າງມີປະສິດທິຜົນ.
  • ນຳສະເໜີແຜນການຈັດຕັ້ງປະຕິບັດ ຂັ້ນຕອນມາດຕະຖານ ຂອງ SOP ໃນບັນດາຂະແໜງການທຸລະກິດ.
  • ມີການປະເມີນຜົນ ຈາກຜູ້ເຂົ້າຮ່ວມຝຶກອົບຮົມການເປັນຄູຝຶກຂອງການຝຶກອົບຮົມ ດ້ານ ຂັ້ນຕອນມາດຕະຖານ SOP ຂັ້ນຕອນການເປີດທຸລະກິດຄືນຫັນໄປສູ່ວິຖີຊີວິດປົກກະຕິໃໝ່.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword