ກອງປະຊຸມຝຶກອົບຮົມ ເພື່ອສ້າງຂິດຄວາມສາມາດ ໃຫ້ນັກພັດທະນາ ແລະ ສ້າງມາດຕະຖານອາຊີບ, ຄັ້ງທີ II

ກອງປະຊຸມຝຶກອົບຮົມ ເພື່ອສ້າງຂິດຄວາມສາມາດ ໃຫ້ນັກພັດທະນາ ແລະ ສ້າງມາດຕະຖານອາຊີບ, ຄັ້ງທີ II

ກອງປະຊຸມຝຶກອົບຮົມ ເພື່ອສ້າງຂິດຄວາມສາມາດ ໃຫ້ນັກພັດທະນາ ແລະ ສ້າງມາດຕະຖານອາຊີບ, ຄັ້ງທີ II, ເຊິ່ງຈັດຂື້ນໃນວັນທີ 25-31 ມັງກອນ 2023 ທີ່ ໂຮງແຮມຝຶກປະຕິບັດ ວິທະຍາໄລເຕັກນິກແຂວງວຽງຈັນ (ວິທະຍາເຂດວັງວຽງ), ແຂວງວຽງຈັນ.

ທ່ານ ນາງ ຄອນສະຫວັນ ຈັນທະວົງ ຫົວໜ້າສູນບໍລິການ ອາຊີວະສຶກສາແບບຄວບຄູ່ (DCT SC), ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພ້ອມພະນັກງານວິຊາການ ໄດ້ເຂົ້າຮ່ວມ “ຝຶກອົບຮົມເພື່ອສ້າງຂີດຄວາມສາມາດ ໃຫ້ນັກພັດທະນາ ແລະ ສ້າງມາດຕະຖານອາຊີບ” ທີ່ຈັດຂຶ້ນໂດຍກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທີ່ຮັບການສະໜັບສະໜູນຈາກ ໂຄງການ VELA2, ໂດຍມີຜູ້ເຂົ້າຮ່ວມປະມານ 30 ກວ່າທ່ານ ຈາກຜູ້ຕາງໜ້າໂຄງການ VELA2, ສະຖາບັນອາຊີວະສຶກສາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າຈາກວິທະຍາໄລເຕັກນິກວິຊາຊີບ ໃນຂະແໜງກະສິກຳ ແລະ ຂະແໜງລົດຍົນ ແລະ ສະຖານປະກອບການຂະ ແໜງກະສິກຳ ແລະ ຂະແໜງລົດຍົນ.
ຈຸດປະສົງ ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຂີດຄວາມສາມາດໃນການພັດທະນາ ແລະ ການສ້າງມາດຕະຖານອາຊີບ ດ້ວຍການຄົ້ນຄ້ວາບາດກ້າວໃນການຕອບຄຳຖາມ ແລະ ແລກປ່ຽນສົນທະນາ ຂໍ້ມູນກ່ຽວກັບມາດຕະຖານອາຊີບ, ໜ້າວຽກຫຼັກ, ໜ້າວຽກຍ່ອຍ. ກອງປະຊຸມການຝືກອົບຮົມດັ່ງກ່າວໄດ້ດຳເນີນ ເປັນເວລາ 5 ວັນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword