ຝຶກອົບຮົມຫົວຂໍ້ ການສ້າງຄວາມສາມາດ ສໍາລັບຄູຝຶກໃນການຮຽນ – ການສອນອາຊີວະສຶກສາແບບຄວບຄູ່ – ຄູຝຶກຟາມ

ຝຶກອົບຮົມຫົວຂໍ້ ການສ້າງຄວາມສາມາດ ສໍາລັບຄູຝຶກໃນການຮຽນ – ການສອນອາຊີວະສຶກສາແບບຄວບຄູ່ – ຄູຝຶກຟາມ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບວິທະຍາໄລ ເຕັກນິກກະສິກໍາດົງຄໍາຊ້າງ (ວຕ-ກດ) ຈັດຝຶກອົບຮົມຫົວຂໍ້: ການສ້າງຄວາມສາມາດ ສໍາລັບຄູຝຶກໃນການຮຽນ – ການສອນອາຊີວະສຶກສາແບບຄວບຄູ່ – ຄູຝຶກຟາມ ເພື່ອຝຶກນັກສຶກສາ

ພາຍໃຕ້ເງື່ອນໄຂການຮຽນ-ການສອນອາຊີວະສຶກສາຮູບແບບຄວບຄູ່ (DCT/ອສຄ) ທັງນັກສຶກສາຊັ້ນກາງ/ລະດັບ 4 ແລະ ຊັ້ນສູງ /ລະດັບ 5. ການຝຶກອົບຮົມຈັດຂຶ້ນ ທີ່ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ (ວຕ-ກດ)
ຈຸດປະສົງ ການຝຶກອົບຮົມ: ການສ້າງຂີດຄວາມສາມາດ ສໍາລັບຄູຝຶກໃນການຮຽນ – ການສອນອາຊີວະສຶກສາແບບຄວບຄູ່ – ຄູຝຶກຟາມ ແມ່ນເພື່ອສ້າງຄວາມສາມາດ ໃຫ້ຄູຝຶກຟາມ ໃນການວາງແຜນ ແລະ ຈັດຕັ້ງການຝຶກນັກສຶກສາຢູ່ຟາມ ຕາມເຄື່ອງມື ແລະ ອຸປະກອນທີ່ຈໍາເປັນຕໍ່ການຝຶກນັກສຶກສາ ເປັນຕົ້ນແມ່ນແຜນຝຶກ, ແຜນໜູນວຽນນັກສຶກສາ, ປື້ມຕິດຕາມການຝຶກ, ຮ່າງບົດສຶກສາໂຄງການ (ສະເພາະນັກສຶກສາລະດັບ 5) ລວມທັງການປ້ອງກັນອຸປະຕິເຫດໃນການປະຕິບັດງານ ແລະ ຈຸດພິເສດໃນການຮຽນຮູ້ຂອງນັກສຶກສາ ເພື່ອຈະໃຫ້ນັກສຶກສາກາຍເປັນກໍາມະກອນຢ່າງມີທັກສະ (ພາຍຫຼັງຮຽນຈົບ ລະດັບ 4) ຫລື ເປັນຫົວໜ້າຄົນງານ/ຜູ້ຈັດການສາຍງານການຜະລິດ (ພາຍຫຼັງຮຽນຈົບ ລະດັບ 5) ໄດ້ຢ່າງມີປະສິດທິພາບ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword