ກອງປະຊຸມສຳມະນາສາມຝ່າຍ ກ່ຽວກັບຄວາມຍືນຍົງ ແລະ ຄວາມຮັບຜິດຊອບ ໃນການດຳເນີນທຸລະກິດ, ການລົງທືນ ແລະ ການຄ້າ ເພື່ອບັນລຸວຽກງານທີ່ມີຄຸນຄ່າ ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ ໃນ ສປປ ລາວ
ໃນວັນທີ 25 ມິຖຸນາ 2025, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ທ່ານ ວັນທອງ ສິດທິກູນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າຮ່ວມເປັນປະທານ
ຮ່ວມ ໃນພິທີເປີດກອງປະຊຸມສຳມະນາສາມຝ່າຍ ກ່ຽວກັບຄວາມຍືນຍົງ ແລະ ຄວາມຮັບຜິດຊອບ ໃນການດຳເນີນທຸລະກິດ, ການລົງທືນ ແລະ ການຄ້າ ເພື່ອບັນລຸວຽກງານທີ່ມີຄຸນຄ່າ ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ ໃນ ສປປ ລາວ, ໂດຍ ພາຍໃຕ້ການເປັນປະທານເປີດ ກອງປະຊຸມ ຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຊີ້ນຳວຽກງານແຮງງານ, ຮສສ, ມີ ທ່ານ ນາງ Xiaoyan Qian, ຜູ້ອຳນວຍການ ອົງການແຮງງານສາກົນ ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ (ILO), ມີບັນດາ ຫົວໜ້າຄະນະກົມ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ຄະນະເລຂາທິການ, ຄະນະພະແນກຈາກພາກສ່ວນທີ່ກ່ຽວຂ້ອງ, ຈາກອົງການໄຕພາຄີສາມຝ່າຍ ແລະ ສະມາຄົມ ກຸ່ມ ແລະ ຂະແໜງການທຸລະກິດ ເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕ່າງໜ້າຜູ້ໃຊ້ແຮງງານ ເຜີຍແຜ່ໃຫ້ພາກທຸລະກິດທີ່ເປັນສະມາຊິກຂອງ ສຄອຊ ແລະ ສະມາຄົມ ແລະ ກຸ່ມທຸລະກິດໄດ້ຮັບຮູ້ ກ່ຽວກັບຂໍ້ມູນຂ່າວສານ ໃນການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ຄວາມຍືນຍົງ ແລະ ຄວາມຮັບຜິດຊອບ ໃນການດຳເນີນທຸລະກິດ, ການລົງທືນ ແລະ ການຄ້າ ເພື່ອບັນລຸວຽກງານທີ່ມີຄຸນຄ່າ ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ ໃນ ສປປ ລາວ ແລະ ເພື່ອແນ່ໃສ່ຍົກສຸງຄຸນນະພາບການດໍາເນີນທຸລະກິດ, ລົງທືນ ແລະ ການຄ້າ ເພື່ອບັນລຸວຽກງານທີ່ມີຄຸນຄ່າ ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ ຕໍ່ກັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ມີຄວາມປອດໄພ ໃນການຈັດຕັ້ງປະຕິບັດໃນຫົວໜ່ວຍທຸລະກິດ.
ໃນກອງປະຊຸມສຳມະນາສາມຝ່າຍ ກ່ຽວກັບຄວາມຍືນຍົງ ແລະ ຄວາມຮັບຜິດຊອບ ໃນການດຳເນີນທຸລະກິດ, ການລົງທືນ ແລະ ການຄ້າ ເພື່ອບັນລຸວຽກງານທີ່ມີຄຸນຄ່າ ເປັນທຳ ແລະ ການເຕີບໂຕແບບມີສ່ວນຮ່ວມ ໃນ ສປປ ລາວ ໃນຄັ້ງນີ້ ກໍ່ແມ່ນເປັນການພົວພັນ, ປືກສາຫາລື ຂອງອົງການພາຄີສາມຝ່າຍ ເພື່ອເສີມສ້າງຂີດຄວາມສາມາດຂອງບັນດາກະຊວງ, ອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຜູ້ອອກແຮງງານ ໃນການຊຸກຍູ້ໃຫ້ບັນດາວິສາຫະກິດປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ສຳລັບທຸກໆຄົນ SDG8 ໂດຍນໍາໃຊ້ຄໍາແນະນໍາຈາກຖະແຫຼງການ ໄອໂລ ILO MNE ບັນດາເຄື່ອງມື ແລະ ແນວຄິດລິເລີ່ມສາກົນ ທີ່ກ່ຽວຂ້ອງ ໃນການສ້າງຄວາມຮູ້, ຄວາມເຂົ້າໃຈຕໍ່ການປະຕິບັດ, ຫຼັກການ ແລະ ເຄື່ອງມືບົດບາດ ທີ່ຫຼາກຫຼາຍ ແລະ ເພື່ອເພີ່ມທະວີ, ສົ່ງເສີມຄວາມສຳຄັນຂອງອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ອົງການຕາງໜ້າຜູ້ອອກແຮງງານ ໃນການເພີ່ມທະວີການປະກອບສ່ວນຂອງວິສາຫະກິດ, ຂະແໜງການທຸລະກິດ, ສະມາຄົມກຸ່ມທຸລະກິດ (ທັງພາຍໃນ ແລະ ຂ້າມຊາດ) ຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ.
ນອກນັ້ນ, ຍັງສ້າງຄວາມເຂົ້າໃຈຕໍ່ວິທີການ, ບັນດາເຄື່ອງມື ແລະ ແນວຄວາມຄິດລິເລີ່ມໃນການສົ່ງເສີມການດຳເນີນທຸລະກິດ, ການຄ້າ ແລະ ການລົງທືນ ທີ່ມີຄວາມຍືນຍົງ ແລະ ມີຄວາມຮັບຜິດຊອບ ເພື່ອບັນລຸທີ່ມີຄຸນຄ່າເປັນທຳ ໃນ ສປປ ລາວ.
ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກໍ່ໄດ້ຮ່ວມມືກັບອົງການ ILO ໂດຍຜ່ານໂຄງການ RVC 2 ໃນການຝຶກອົບຮົມ ແລະ ເຜີຍແຜ່ບັນດາຫຼັກການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ (ຫຼືເອີ້ນວ່າ ຫຼັກການ RBC), ຫຼັກການ ແລະ ສິດພື້ນຖານຂອງແຮງງານ, ແລະ ຄວາມປອດໄພ-ສຸຂະພາບແຮງງານ ໃນຊ່ວງເດືອນທີ່ຜ່ານມາໃຫ້ແກ່ບັນດາສະມາຊິກ ສຄອຊ ແລະ ວິສາຫະກິດຈາກຫຼາຍຂະແໜງການ ເຊິ່ງກໍ່ມີຜົນຮັບຢ່າງດີ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕາງໜ້າຜູ້ໃຊ້ແຮງງານ ຈະສືບຕໍ່ສົ່ງເສີມໃຫ້ພາກທຸລະກິດ ຂອງພວກເຮົາ ໃຫ້ມີສ່ວນຮ່ວມທາງສັງຄົມເພີ່ມຂື້ນ ແລະ ມີສ່ວນຮັບຜິດຊອບ ວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ໃນ ສປປ ລາວ ທີ່ຕິດພັນໃນການສ້າງສາພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ໃຫ້ທຸກຄົນໃນສັງຄົມ ແລະ ພັດທະນາຊັບພະຍາກອນມະນຸດໄປພ້ອມໆກັນ ແລະ ມີສ່ວນຮ່ວມໃນ ກິດຈະກໍາຕ່າງໆ ທີ່ເປັນການຊ່ວຍເຫຼືອສັງຄົມ.

