ອົງການ USAID ສະໜັບສະໜຸນການໄປທັດສະນະສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ

ອົງການ USAID ສະໜັບສະໜຸນການໄປທັດສະນະສຶກສາກ່ຽວກັບກົນໄກການປຶກສາຫາລືພາກລັດ-ທຸລະກິດ ທີ່ ປະເທດ ສສ. ຫວຽດນາມ

ເພື່ອ​ແນ​ໃສ່​ການຮັດ​ແໜ້ນ​ ກົນໄກປຶກສາຫາຫາລື ພາກລັດ-ທຸລະກິດ ຢູ່​ ສປປ ລາວ, ​ໂຄງການສ້າງສະພາບ​ແວດ​ລ້ອມ​ທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBE) ​ພາຍໄຕ້ການໃຫ້ທຶນໂດຍ ​ອົງການ​ພັດທະນາ​ສາກົນຂອງສະຫະລັດອາ​ເມ​ລິ​ກາ (USAID), ​ໄດ້​ຈັດ​ການໄປທັດສະນະສຶກສາທີ່ ປະເທດ ສສ. ຫວຽດນາມ ​ເປັນ​ເວລາ 5 ວັນ ນັບ​ແຕ່​ວັນ​ທີ 18-22/03/2024.

ຈຸດປະສົງຫລັກຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອຮຽນຮູ້ແນວທາງການປະຕິດບັດທີ່ປະສົບຜົນສໍາເລັດຂອງ ສສ. ຫວຽດນາມ ໃນການຈັດຕັ້ງປະຕິບັດ ກອງປະຊຸມທຸລະກິດ ຫວຽດນາມ ຫລື Vietnam Business Forum (VBF) ເຊິ່ງເປັນທີ່ຮູ້ຈັກກັນດີໃນດ້ານການອໍານວຍຄວາມສະດວກຢ່າງມີປະສິດຕິຜົນໃນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ. ໂຄງການ USAID LBE ໄດ້ກໍານົດເວລາການເດີນທາງເພື່ອໃຫ້ສອດຄ່ອງກັບກອງປະຊຸມທຸລະກິດຫວຽດນາມ.

ໂດຍການຮ່ວມມືກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ການຢ້ຽມຢາມຄັ້ງນີ້ ນໍາໂດຍ ທ່ານ ປອ. ບົວວັນ ວິໄລວົງ, ຫົວໜ້າຫ້ອງການ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ 17 ທ່ານ ຕາງໜ້າຈາກ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ຫ້ອງວ່າການແຂວງ, ແລະ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມ.

ທ່ານ ປອ. ບົວວັນ ວິໄລວົງ, ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຢ້ຽມຢາມ ແລະ ການຂະຫຍາຍການຮ່ວມມືລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອົງການ USAID. ເຊິ່ງທ່ານ ປອ ບົວວັນ ໄດ້ກ່າວວ່າ “ພວກເຮົາໄດ້ບົດຮຽນຫລາຍຈາກຜົນສໍາເລັດຂອງກອງປະຊຸມທຸລະກິດຫວຽດນາມໃນການສົ່ງເສີມການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ, ຕະຫລອດເຖິງການຮ່ວມມື ແລະ ການສະໜັບສະໜຸນຂອງລັດຖະບານຫວຽດນາມ ໃນການປັບປຸງສະພາບເວດລ້ອມການດໍາເນີນທຸລະກິດ ໂດຍຜ່ານກົນໄກການປຶກສາຫາລື ແລະ ການປັປປຸງນະໂຍບາຍ. ” ທ່ານ ປອ ຍັງໄດ້ກ່າວຕື່ມ ອີກວ່າ “ພວກເຮົາມີຄວາມຕັ້ງໃຈໃນການປັບປຸງຮູບແບບກົນໄກກອງປະຊຸມທຸລະກິດລາວ ຢ່າງຕໍ່ເນື່ອງ ແລະ ຊອກຫາວິທີໃນການປັບປຸງເພື່ອໃຫ້ ກົນໄກການປຶກສາຫາລືພາກລັດ-ພາກທຸລະກິດ ແບບມີສ່ວນຮ່ວມ ໄດ້ຮັບປະສິດທິຜົນ”.

ການຢ້ຽມຢາມຄັ້ງນີ້​ ຄະນະໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທຸລະກິດປະຈຳ​ປີຫວຽດນາມ, ເຂົ້າພົບປຶກສາ​ຫາລື​ກັບ ຜູ້ບໍລິຫານ ແລະ ​ກອງເລຂາ VBF, ​ແລະ ເຂົ້າຢ້ຽມຢາມ​ບັນດາ​ອົງກອນ​ທີ່​ກ່ຽວຂ້ອງ​ຢູ່​ຫວຽດນາມ ​ເຊັ່ນ: ສໍານັກງານການລົງທຶນ​ຕ່າງປະ​ເທດ (FIA), ກະຊວງອຸດສະຫະກໍາ ແລະ ການຄ້າ ຫວຽດນາດ (MOIT), ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ​ແລະ ​ເຂດ​ອຸດສາຫະກໍາ. ການມາແລກປ່ຽນບົດຮຽນໃນຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບໂຄງສ້າງ ແລະ ການຄຸ້ມຄອງຂອງກອງປະຊຸມທຸລະກິດຫວຽດນາມ ແລະ ວິທີການໃນການພົວພັນເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ໃນສະພາບແວດລ້ອມທຸລະກິດ.

ອົງການ USAID, ໂດຍຜ່ານໂຄງການສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດ, ສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການເສີມຂະຫຍາຍສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more
ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ…Read more

Enter your keyword