ອົງການ USAID ໃຫ້ການສະໜັບສະໜຸນ ການຝຶກອົບຮົມ ເພື່ອເພີ້ມທັກສະໃຫ້ກອງເລຂາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ແລະ ຜູ້ປະສານ ງານ ກົນໄກປຶກສາຫາລືພາກລັດ-ທຸລະກິດ (LPPD)

ອົງການ USAID ໃຫ້ການສະໜັບສະໜຸນ ການຝຶກອົບຮົມ ເພື່ອເພີ້ມທັກສະໃຫ້ກອງເລຂາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ແລະ ຜູ້ປະສານ ງານ ກົນໄກປຶກສາຫາລືພາກລັດ-ທຸລະກິດ (LPPD)

ວັນທີ 22 ກໍລະກົດ 2021, ນະຄອນປາກເຊ, ແຂວງຈໍາປາສັກ.  ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໂດຍການຮ່ວມມຶກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ (ສຄອ.ຈສ) ຈັດຊຸດຝຶກອົບຮົມ ເພື້ມທັກສະ ໃນການຈັດຕັ້ງປະຕິບັດກົນໄກປຶກສາຫາລື ພາກລັດ-ທຸລະກິດ ສໍາລັບກອງເລຂາ ສຄອ.ຈສ ແລະ ຜູ້ປະສານງານກົນໄກດັ່ງກ່າວ.   ກອງປະຊຸມເຝຶກອົບຮົມ ແມ່ນໄດ້ຈັດຂື້ນເປັນເວລາ 02 ວັນ ແຕ່ວັນທີ 22 -23 ພະຈິກ ຢູ່ທີ່ໂຮງແຮມຈໍາປາສັກແກຼນ, ນະຄອນປາກເຊ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອແນໃສ່ປັບປຸງ ແລະ ເສີມສ້າງ ຄວາມອາດສາມາດ ຂອງກອງເລຂາ ແລະ ຜູ້ປະສານງານ ພາກທຸລະກິດ ແລະ ພາກລັດ ຂອງກົນໄກ LPPD ໃນທັກສະດ້ານການອໍານວຍຄວາມສະດວກກອງປະຊຸມ ເພື່ອໃຫ້ສາມາດປະຕິບັດໜ້າທີ່ຂອງກອງເລຂາໄດ້ຢ່າງມີປະສິດທິຜົນ, ແລະ ມີຄວາມສາມາດໃນການຂຽນບົດສະ ເໜີບັນຫາ ເພື່ອສະເໜີຕໍ່ພາກລັດທີ່ກ່ຽວຂ້ອງ.   ນອກນັ້ນການຝຶກອົບຮົມຄັ້ງນີ້ ຍັງເປັນການທົບທວນຄວາມເຈົ້າໃຈຂອງຜູ້ເຂົ້າຮ່ວມກ່ຽວກັບກົນໄກ LPPD.

ກອງປະຊຸມຝຶກອົບຮົມ ມີຜູ້ເຂົ້າຮ່ວມທັງໝົດ 25 ຄົນ ຈາກກອງເລຂາ ສຄອ.ຈສ, ແລະ ຜູ້ປະສານງານ ກົນໄກ LPPD ທັງພາກລັດ ແລະ ເອກະຊົນ.

ໃນພິທີເປີດກອງປະຊຸມຝຶກອົບຮົມ ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ ໄດ້ກ່າວບາງຕອນວ່າ:  ເພື່ອເຮັດເພື່ອເຮັດໃຫ້ບັນລຸຈຸດປະສົງຂອງການເຝຶກອົບຮົມຄັ້ງນີ້, ຂໍໃຫ້ທຸກທ່ານໄດ້ເຂົ້າຮ່ວມຢ່າງສຸດກົກສຸດປາຍ, ພ້ອມທັງມີການຄົ້ນຄວ້າ-ສົນທະນາແລກປ່ຽນບົດຮຽນກັນຢ່າງກົງໄປກົງມາ ແລະ ມີຄວາມສ້າງສັນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງສູງຕໍ່ວິທະຍາກອນ ທີ່ຈະໃຫ້ຄວາມຮູ້ວິຊາສາມາດນຳໃຊ້ໄດ້ ເພຶ່ອຜົນສໍາເລັດໃນວຽກງານ ຊຸກຍູ້ສົ່ງເສີມ ກ້າວໄປເຖິງການຄົ້ນຄວ້າ ແລະ ຂຽນບົດສະເໜີບັນຫາຕ່າງໆ ຈາກການສະເໜີຂອງພາກທຸລະກິດແຂວງຈໍາປາສັກພວກເຮົາ ໃຫ້ມີຄວາມໝັ້ນຄົງຢືນຢົງໄດ້.

ເພື່ອເພີ້ມພູນປະສົບການ ການຮຽນຮູ້ຂອງຜູ້ເຂົ້າຮ່ວມ, ກອງປະຊຸມຝຶກອົບຮົມ ໄດ້ລວບລວມເອົາທັງທິດສະດີ ແລະ ພາກປະຕິບັດ ລວມທັງນໍາໄຊ້ຮູບແບບການຮຽນຮູ້ ທີ່ຊ່ວຍໃຫ້ຜູ້ເຂົ້າຮ່ວມ ສາມາດສະທ້ອນ, ແບ່ງປັນປະສົບການ, ແລະ ນໍາໄຊ້ສິ່ງທີ່ໄດ້ຮຽນຮູ້ເຂົ້າໃນພາກປະຕິບັດຕົວຈິງໄດ້.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍເພື່ອຊ່ວຍລັດຖະບານ ສປປ ລາວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ແລະ ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ດີຂຶ້ນ.

Write a Message

Your email address will not be published.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword