ທະນາຄານ ຫວຽດຕິນ ລາວ ຈຳກັດ ມອບເງິນ ສະໜັບສະໜູນ ງານຜະລິດຕະພັນລາວ 2020

ທະນາຄານ ຫວຽດຕິນ ລາວ ຈຳກັດ ມອບເງິນ ສະໜັບສະໜູນ ງານຜະລິດຕະພັນລາວ 2020

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈະໄດ້ຈັດງານຜະລິດຕະພັນລາວ 2020 (Made in Laos 2020) ໃນລະຫວ່າງວັນທີ 25 ທັນວາ 2020 ຫາ 03 ມັງກອນ 2021 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ

ເພື່ອເປັນການສົ່ງເສີມຜະລິດຕະພັນລາວ ກະຕຸກຊຸກຍູ້ຜູ້ປະກອບການ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມີເວທີໃນການໂຄສະນາສິນຄ້າ ແລະ ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດອີກດ້ວຍ.

ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ທະນາຄານ ຫວຽດຕິນ ລາວ ຈຳກັດ ໄດ້ມອບເງີນ ສະໜັບສະໜູນງານ ຜະລິດຕະພັນລາວ 2020 ( Made in Laos 2020)  ເປັນຈໍານວນເງິນ 15,000,000ກີບ ເພື່ອປະກອບສ່ວນ ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນລາວ. ພິທີດັ່ງກ່າວເຂົ້າຮ່ວມ ແລະ ມອບໂດຍ ທ່ານ ເລ ກ໋ວກ ນາມ ຜູ້ອຳນວຍການ ທະນາຄານ ຫວຽດຕິນ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword