ງານສົ່ງເສີມອາຊີວະສຶກສາ ຮ່ວມກັບ ສະຖານປະກອບການຄັ້ງທີ V

ງານສົ່ງເສີມອາຊີວະສຶກສາ ຮ່ວມກັບ ສະຖານປະກອບການຄັ້ງທີ V

ໃນວັນທີ 27 ມີນາ 2024 ທີ່ ວິທະຍາໄລເຕັກນິກ ແຂວງວຽງຈັນ ທ່ານ ຂັນທອງ ດວງປະເສີດ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ

ໄດ້ຮັບກຽດເປັນປະທານຮ່ວມ ໃນພິທີເປີດງານ ງານສົ່ງເສີມອາຊີວະສຶກສາ ຮ່ວມກັບ ສະຖານປະກອບການຄັ້ງທີ V (ເຊິ່ງງານຈະຈັດລະຫວ່າງວັນທີ 27-28 ມີນາ 2024). ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີ ຂອງ ທ່ານ ອ໋ອດ ແສງພິມ ກຳມະການພັກແຂວງ, ຫົວໜ້າພະແນກສຶສາທິການ ແລະ ກິລາແຂວງວຽງຈັນ. ໂດຍມີຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າກົມອາຊີວະສຶກສາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ທິມງານສູນບໍລິການອາຊີວະສຶກສາ ແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາພະແນກການອ້ອມຂ້າງແຂວງ-ເມືອງ, ຜູ້ອໍານວຍການສະຖານອາຊີວະສຶກສາ, ສະຖານປະກອບການ, ໂຄງການ, ບໍລິສັດ, ລັດວິສາຫະກິດ, ຮ້າງຮ້ານພາຍໃນແຂວງ ແລະ ຕ່າງແຂວງ, ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ພາຍໃນງານຄັ້ງນີ້ ຍັງໄດ້ຈັດໃຫ້ມີເວທີສົນທະນາແບບເປີດກວ້າງໃນຫົວຂໍ້: ບັນຫາ ແລະ ວິທີທາງແກ້ໄຂອັດຕາການເຂົ້າຮຽນໃນສະຖານອາຊີວະສຶກສາໃນປະຈຸບັນມີຈຳນວນຫຼຸດລົງ. ເວທີສົນທະນາແບບເປີດກວ້າງໃນຫົວຂໍ້: ບັນຫາ, ສິ່ງທ້າທາຍ ແລະ ວິທີແກ້ໄຂການຂາດແຄນແຮງງານໃນ ໃນປະຈຸບັນ ແລະ ຮັບຊົມການສະແດງສິລະປະວັນນະຄະດີ ຈາກນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ບັນດາຮ້ານວາງສະແດງຜະລິດຕະພັນຂອງບັນດາຜູ້ປະກອບການ ແລະ ພາກວິຊາຕ່າງໆຂອງວິທະຍາໄລເຕັກນິກແຂວງວຽງຈັນ ລວມທັງໝົດ 36 ຮ້ານ ແລະ ມີນັກສຶກສາ ແລະ ນັກຮຽນສາມັນ ເຂົ້າຮ່ວມຊົມງານ ລວມ 3,000 ກວ່າຄົນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword