ກະແລ້ມວໍລ ປະກອບສ່ວນໃນບັ້ນການສັກວັກຊີນຕ້ານພະຍາດໂຄວິດ -19 ທົ່ວນະຄອນຫຼວງວຽງຈັນ

ກະແລ້ມວໍລ ປະກອບສ່ວນໃນບັ້ນການສັກວັກຊີນຕ້ານພະຍາດໂຄວິດ -19 ທົ່ວນະຄອນຫຼວງວຽງຈັນ

ບໍລິສັດ ຢູນິລິເວີເຊີວິດສ໌ (ລາວ) ຈຳກັດຜູ້ດຽວ ໄດ້ປະກອບສ່ວນມອບກະແລ້ມວໍລ ຈຳນວນ 100,000 ໄມ້ ລວມມູນຄ່າທັງໝົດແມ່ນ 231,000,000 ກີບ ໃຫ້ແກ່ປະຊາຊົນຜູ້ທີ່ມາຮັບການສັກວັກຊີນຕ້ານພະຍາດໂຄວິດ-19 ແລະ ບັນດາບຸກຄະລາກອນທາງການແພດທີ່ປະຈຳຢູ່ສູນສັກວັກຊີນທົ່ວນະຄອນຫຼວງວຽງຈັນ.

 ການປະກອບສ່ວນໃນຄັ້ງນີ້ຖືເປັນສ່ວນໜຶ່ງຂອງຄວາມມຸ້ງຫວັງອັນແຮງກ້າຂອງ ຢູນິລິເວີ ທີ່ຈະຊ່ວຍເສີມສ້າງຄວາມພະຍາຍາມຂອງລັດຖະບານ ສປປ ລາວ ເຂົ້າໃນການຕໍ່ສູ້ກັບການລະບາດຂອງພະຍາດ.

ສືບເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສ້າງຄວາມກັງວົນໃຈໃຫ້ແກ່ປວງຊົນລາວຢ່າງຫຼາຍທີ່ສຸດ ຮອຍຍິ້ມທີ່ເຄີຍສົດໃສ ກໍ່ຄ່ອຍຈາງຫາຍໄປເທື່ອລະໜ້ອຍ. ໃນໄລຍະຫຼາຍເດືອນທີ່ຜ່ານມາ ບັນດາບຸກຄະລາກອນທາງການແພດໄດ້ປະຕິບັດໜ້າທີ່ວຽກງານຢ່າງໜັກໜ່ວງເພື່ອຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ເພື່ອປົກປ້ອງປະຊາຊົນລາວທຸກໆຄົນ.

ກະແລ້ມ ວໍລ (Wall’s Ice-cream) ຢາກນຳເອົາຮອຍຍິ້ມເຫຼົ່ານັ້ນກັບມາອີກຄັ້ງ ໂດຍການຊ່ວຍໃຫ້ທຸກຄົນພົບກັບຄວາມສຸກໄດ້ໃນທຸກໆມື້ ບໍ່ວ່າຈະເປັນຮອຍຍິ້ມ, ສຽງຫົວຂອງຄົນທີ່ເຮົາຮັກ, ສິ່ງເລັກໆນ້ອຍໆ ແລະ ຊ່ວງເວລາດີໆຈາກຄົນອ້ອມຂ້າງເຮົາ ກໍ່ລ້ວນແລ້ວແຕ່ເປັນຄວາມສຸກທີ່ຈະເລີນເຕີບໂຕ ແລະ ງອກງາມໃນໃຈຂອງເຮົາ.

ມີພຽງແຕ່ຄວາມສຸກເທົ່ານັ້ນ ທີ່ຈະເຮັດໃຫ້ປະເທດລາວເຮົາກັບມາມີຍິ້ມໄດ້ອີກຄັ້ງ J ພວກເຮົາຈະເລືອກທີ່ຈະເບິ່ງທຸກຢ່າງໃນດ້ານທີ່ດີ ແລະ ເລືອກທີ່ຈະຢູຢ່າງມີຄວາມຫວັງ. ພວກເຮົາເຊື່ອວ່າ ຢູ່ພາຍໃຕ້ຜ້າອັດປາກ-ດັງທຸກໆອັນ, ແມ່ນຮອຍຍິ້ມຈາກທຸກໆຄົນ, ພວກເຮົາຈະຮ່ວມມືຕໍ່ສູ້ໄປພ້ອມກັນ.

ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ປະກອບສ່ວນມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງຊ່ວຍຫາຍໃຈຈຳນວນ 10 ເຄື່ອງ ລວມມູນຄ່າຫຼາຍກວ່າ 720 ລ້ານກີບ ຫລື 75,566 ໂດລາສະຫະລັດ  ໂດຍມອບໃຫ້ແກ່ກະຊວງ ສາທາລະນະສຸກ ແລະ ອົງການຈັດຕັ້ງອື່ນໆ ລວມທັງປະຊາຊົນລາວ ເພື່ອເປັນການປະກອບສ່ວນຕໍ່ສູ້ຕ້ານການລະບາດຂອງພະຍາດ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword