ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກ ກົມການຄ້າຕ່າງປະເທດ, ກະຊວງການຄ້າ ສປ ຈີນ

ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກ ກົມການຄ້າຕ່າງປະເທດ, ກະຊວງການຄ້າ ສປ ຈີນ

ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສຄອຊ ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກ ກົມການຄ້າຕ່າງປະເທດ, ກະຊວງການຄ້າ ສປ ຈີນ,

ໃນວັນທີ 22 ມິຖຸນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສຄອຊ, ພ້ອມດ້ວຍຄະນະ ສຄອຊ ແລະ ສະມາຄົມທີ່ກ່ຽວຂ້ອງລວມ 10 ທ່ານ ໄດ້ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກ ກົມການຄ້າຕ່າງປະເທດ, ກະຊວງການຄ້າ ສປ ຈີນ, ນໍາໂດຍທ່ານ ນາງ ຊ່ຽວລູ້, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງການຄ້າ ສປ ຈີນ, ທ່ານນາງ ຫຼີ ສີເຈີນ, ທູດທີ່ປຶກສາເສດຖະກິດ-ການຄ້າ, ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະການນໍາກະຊວງ ລວມທັ້ງໝົດ 07 ທ່ານ.
ໃນໂອກາດຄັ້ງນີ້ ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສຄອຊ ໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍຕໍ່ກັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ກັບ ກະຊວງ ການຄ້າ ສປ ຈີນ, ກໍ່ຄືກົມການຄ້າຕ່າງປະເທດ, ເຊິ່ງການພົບປະແລກປ່ຽນໃນຄັ້ງນີ້ຈະເປັນບາດກ້າວອັນສຳຄັນຕໍ່ກັບການບຸກທະລຸໃນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື ລາວ-ຈີນ ຂື້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ກໍຄືການສົ່ງເສີມການຮ່ວມມື ທາງດ້ານ ການຄ້າ-ການລົງທືນ ນອກຈາກນີ້ພາຍໃນກອງປະຊຸມທັງສອງຝ່າຍຍັງແລກປ່ຽນລົງເລິກກ່ຽວກັບຂະແໜງການການຂົນສົ່ງນຳເຂົ້າ-ສົ່ງອອກ, ໄຟຟ້າ, ບໍ່ແຮ່, ການຢາ, ກະສິກຳ ແລະ ອຸດສາຫະກໍາການຜະລິດເປັນສິນຄ້າອື່ນໆ… ໃຫ້ນັບມື້ນັບຂະຫຍາຍຕົວຢ່າງມີປະສິດທິພາບ ແລະ ປະສິດທິຜົນ ບົນພື້ນຖານ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword