ຕ້ອນຮັບຄະນະລັດຖະບານ ນໍາໂດຍ ພະນະທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຢ້ຽມຊົມ ຫ້ອງວາງສະແດງຜະລິດຕະພັນລາວ ໃນງານວາງສະແດງ ຈີນ – ອາຊີໃຕ້
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຕ້ອນຮັບຄະນະລັດຖະບານ ນໍາໂດຍ ພະນະທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,
ຢ້ຽມຊົມ ຫ້ອງວາງສະແດງຜະລິດຕະພັນລາວ ໃນງານວາງສະແດງ ຈີນ – ອາຊີໃຕ້, ໃນວັນທີ 19 ມິຖຸນາ 2025, ທີ່ ນະຄອນຄຸນໝິງ, ແຂວງຢຸນຫນານ ສປຈີນ.
ງານວາງສະແດງ ຈີນ – ອາຊີໃຕ້ (China – South Asia ) ຈັດຂື້ນເປັນຄັ້ງທຳອິດໃນປີ 2013 ເຊິ່ງຮ່ວມຈັດກັບ ງານວາງສະແດງສິນຄ້າ The China Import & Export Fair, Kunming ທີ່ຈັດຂື້ນຄັ້ງທຳອິດໃນປີ 1993. ໃນແຕ່ລະປີຜູ້ເຂົ້າຮ່ວມງານວາງສະແດງສິນຄ້າແມ່ນມາຈາກບັນດາແຂວງຕ່າງໆໃນ ສປ ຈີນ ແລະ ຕ່າງປະເທດ ຫຼາຍ ກ່ວາ 5000 ບໍລິສັດ, ລວມມີປະມານ 40ກ່ວາປະເທດ ແລະ ຂົງເຂດເຂົ້າຮ່ວມ. ສະຖານທີ່ຈັດງານວາງສະແດງດັ່ງກ່າວມີເນື້ອທີ່ທັງໝົດຫຼາຍກ່ວາ 500,000 ຕາແມັດ, ເຊິ່ງແບ່ງເປັນ19 ພາວິນລຽນ, ຄື: ຊັ້ນ1 ມີ 6 ພາວິນລຽນ ແລະ ຊັ້ນ 3 ມີ 13 ພາວິນລຽນ
ງານວາງສະແດງ ຈີນ – ອາຊີໃຕ້ ແມ່ນເປັນເວທີໜື່ງທີ່ມີຄວາມສຳຄັນໃນການສົ່ງເສີມການພົວພັນ ແລະ ຮ່ວມມືທາງດ້ານເສດຖະກິດການຄ້າ, ວັດທະນາທຳ ແລະ ອື່ນໆ, ເຊິ່ງໃນ 8 ຄັ້ງຜ່ານມາການຮ່ວມມືການຄ້າເພິ່ມຂື້ນຢ່າງຫຼວງຫຼາຍ ແລະ ມີການເຊັນສັນຍາຮ່ວມມືການລົງທຶນຮ່ວມກັນລວມເປັນມູນຄ່າຫຼາຍຮ້ອຍຕື້ໂດລາ.

ໃນປີນີ້ຫ້ອງວາງສະແດງຜະລີດຕະພັນລາວມີ ທັງໝົດ ຈຳນວນ 46 ຫ້ອງ, ເຊິ່ງໃນປີ 2024 ແມ່ນ ມີ 42 ຫ້ອງ, ຫ້ອງວາງສະແດງແມ່ນຢູ່ໃນພາວິນລຽນ ບັນດາປະເທດອາຊີຕາເວັນອອກສຽງໃຕ້, ເຊິ່ງງານໃນຄັ້ງນີ້ ມີ ຫົວໜ່ວຍທຸລະກິດເຂົ້າຮ່ວມ ທັງໝົດ 25 ບໍລິສັດ ເຊິ່ງມີຂະແໜງການຕ່າງໆດັ່ງນີ້: ເຂດທ່າບົກ ເພື່ອດຶງດູດການລົງທຶນ, ເຟີນີເຈີ້ໄມ້, ເຄື່ອງປະດັບ, ຊາ, ກາເຟ, ເຄື່ອງຫັດຖະກຳ, ເບຍ ແລະ ອື່ນໆ. ລວມມູນຄ່າຜະລິດຕະພັນທີ່ເຂົ້າຮ່ວມວາງສະແດງ ປະມານ 562,000 ໂດລາ.
ງານໃນຄັ້ງນີ້ ແມ່ນຈັດຂື້ນລະຫວ່າງວັນທີ 19-24 ມິຖຸນາ 2025, ເຊິ່ງ ຄະນະ ສຄອຊ ແມ່ນ ນໍາໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ ແລະ ຄະນະທຸລະກິດຈຳນວນໜື່ງເຂົ້າຮ່ວມ.
ນອກຈາກການວາງສະແດງສິນຄ້າແລ້ວ, ພາຍໃນໂຊນວາງສະແດງ ສປປ ລາວ ໄດ້ຈັດກິດຈະກຳຕ່າງໆເຊິ່ງລວມມີດັ່ງນີ້
– ພິທີເຊັນສັນຍາການຮ່ວມມືລະຫວ່າງ ທ່າບົກທ່ານາແລ້ງ ແລະ ທ່າບົກ ອ່ານໜິງ (ແຂວງຢຸນໜານ) ວັນທີ 19 ມິຖຸນາ 2025
– ກອງປະຊຸມສຳມະນາສົ່ງເສີມການລົງທຶນ ສປປ ລາວ ແລະ ການຂົນສົ່ງທາງບົກພາພື້ນແລະ ອາຊຽນ ວັນທີ 20 ມິຖຸນາ 2025
– ການສະແດງສິນລະປະວັດທະນາທຳ ສປປ ລາວ ວັນທີ 20-23 ມິຖຸນາ 2025

