ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ ໃນຕອນເຊົ້າຂອງວັນທີີ 11 ມີນາ 2025.

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຫ້ອງການຜູ້ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳແຂວງ ຢູນນານ ໄດ້ຢ້ຽມຢາມສະພາການຄ້າ ແຂວງ ຢູນນານ ເຊິ່ງໄດ້ຮັບກຽດຕ້ອນຮັບໂດຍ ທ່ານ Mou Hong Cao ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ.
(ດ້ານຊ້າຍ: ທ່ານ ອຸເດດ ສູວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ; ດ້ານຂວາ: ທ່ານ Mou Hong Cao Cao ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ.)
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ສະແດງຄວາມປິຕິຍິນດີຕໍ່ການຕ້ອນຮັບທີ່ອົບອຸ່ນຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ທັງສອງຝ່າຍໄດ້ແລກປ່ຽນຂໍ້ມູນທາງດ້ານການພັດທະນາເສດຖະກິດ ແລະ ສັງຄົມ ໃນປັດຈຸບັນ, ເຊິ່ງທັງສອງປະເທດເປັນປະເທດທີ່ມີສາຍນໍ້າ ແລະ ສາຍພູເຊື່ອມຈອດກັນ, ເປັນເພື່ອນບ້ານທີ່ດີ ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ມີການພົວພັນກັນນັບມື້ນັບເລິກເຊິ່ງ ໂດຍສະເພາະນັບແຕ່ການເປີດເສັ້ນທາງລົດໄຟ ຈີນ-ລາວ ໃນປີ 2021 ທັງສອງຝ່າຍໄດ້ບັນລຸຜົນສຳເລັດທີ່ສຳຄັນໃນຫຼາຍດ້ານເຊັ່ນ: ໂລຈິສຕິກການສົ່ງສິນຄ້າຜ່ານແດນ, ຂ້າມແດນ, ຄວາມຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ການແລກປ່ຽນທາງວັດທະນະທຳ ແລະ ອື່ນໆ
ທ່ານ Mou Hong Cao ໄດ້ມີຄຳເຫັນ: ຈະເສິມສ້າງຄວາມສຳພັນ ແລະ ການຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ຫຼາຍຂຶ້ນ ແລະ ນຳພາບໍລິສັດຂອງທັງສອງປະເທດໃຫ້ໃຊ້ປະໂຫຍດຈາກເສັ້ນທາງລົດໄຟ ຈີນ-ລາວ ໃນການເພິ່ມທະວີການຮ່ວມມືໃນຂະແໜງການກະສິກຳ, ແຮ່ທາດ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອສົ່ງເສີມຄວາມຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າຂອງທັງສອງຝ່າຍໃຫ້ເລິກເຊິ່ງຂຶ້ນໃນລະດັບທີ່ສູງຂຶ້ນ ແລະ ກວ້າງຂວາງຂຶ້ນ. ພ້ອມນັ້ນ, ຍັງຫວັງວ່າໃນອະນາຄົດຈະສາມາດລົງນາມໃນຂໍ້ຕົກລົງການຮ່ວມມືທາງຍຸດທະສາດເພື່ອສ້າງແນວທາງທີ່ໝັ້ນຄົງ ແລະ ສະດວກສະບາຍຍິ່ງຂຶ້ນສຳລັບການຮ່ວມມືລະຫວ່າງທຸລະກິດຂອງທັງສອງປະເທດ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບເບື້ອງຕົ້ນ ຈະລົງນາມບົດບັນທຶກຄວາມເຂົ້າໃຈການສົ່ງເສີມການຮ່ວມມືລະຫວ່າງທຸລະກິດ ລາວ-ຈີນ ຢຸນນານ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນ ໃນແຕ່ລະຂະແໜງການເຊັ່ນ: ກະສິກຳ, ໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ແຮ່ທາດເປັນຕົ້ນ.
ການຢ້ຽມຢາມໃນຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມ ຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພາການຄ້າ ແຂວງ ຢູນນານ, ຫ້ອງການຜູ້ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳແຂວງ ຢູນນານ, ສະມາຄົມນັກທຸລະກິດໜຸ່ມ ແຂວງ ຢຸນນານ, ສະມາຄົມອຸດສາຫະກຳການປູກພືດທົດແທນ ແຂວງ ຢຸນນານ ແລະ ສະມາຄົມເຄື່ອງມື, ເຄື່ອງຈັກໂລຫະ ແຂວງ ຢູນນານ.

Related Posts

ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ

ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ

ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ,…Read more
ບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ) ຈຳກັດ ມອບເງິນສະໜັບສະໜູນ 60 ລ້ານກີບ ສົ່ງເສີມຄວາມເຂັ້ມແຂງໃຫ້ ສຄອຊ

ບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ) ຈຳກັດ ມອບເງິນສະໜັບສະໜູນ 60 ລ້ານກີບ ສົ່ງເສີມຄວາມເຂັ້ມແຂງໃຫ້ ສຄອຊ

ວັນທີ 27 ກຸມພາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ…Read more
ກອງປະຊຸມຄະນະຊີ້ນໍາກອງປະຊຸມທຸລະກິດລາວ (LBF) ກຽມຄວາມພ້ອມສຳລັບການຈັດກອງປະຊຸມ ທຸລະກິດລາວຄັ້ງທີ 16

ກອງປະຊຸມຄະນະຊີ້ນໍາກອງປະຊຸມທຸລະກິດລາວ (LBF) ກຽມຄວາມພ້ອມສຳລັບການຈັດກອງປະຊຸມ ທຸລະກິດລາວຄັ້ງທີ 16

ກອງປະຊຸມຄະນະຊີ້ນໍາກອງປະຊຸມທຸລະກິດລາວ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ເວລາ 08:30 ໂມງ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ…Read more
ກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້  ຂອງອີຢູ ແລະ ການສືກສາການຕິດຕາມແຫຼ່ງທີມາຂອງສິນຄ້າ ແລະ ກົດໝາຍ ຢູ່ ສ ປປ ລາວ

ກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ ຂອງອີຢູ ແລະ ການສືກສາການຕິດຕາມແຫຼ່ງທີມາຂອງສິນຄ້າ ແລະ ກົດໝາຍ ຢູ່ ສ ປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບໂຄງການ ProFEB, GIZ ໄດ້ຈັດກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້…Read more
ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 50 ທ່ານ ຕິດຕາມຄະນະທາງການ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ.

ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 50 ທ່ານ ຕິດຕາມຄະນະທາງການ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ.

ໃນວັນທີ 20 ກຸມພາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ…Read more

Enter your keyword