ພິທີ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທືນ

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທືນ

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ບຸນມີ ແສງພະຈັນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຮູຮານເຈແປນລາວ ຈຳກັດ

ໃນພິທີ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທືນ,  ລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ທະນາຄານ ມາຮູຮານເຈແປນລາວ ຈຳກັດ ເພື່ອເປັນແນວທາງ ໃນການແລກປ່ຽນ ແລະ ເຜີຍແພ່ຂໍ້ມູນຂ່າວສານ ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມຜູ້ປະກອບກິດຈະການ ຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງ ສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຂົ້າຫາແຫຼ່ງທຶນ ແລະ ຜະລິດຕະພັນຂອງທະນາຄານໄດ້.

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງແມ່ນເປົ້າໝາຍຍຸດທະສາດ ໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນ ໜ້າວຽກບູລິມະສິດ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍຄື ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ທີ່ຈະຕ້ອງໄດ້ຮ່ວມມື ກັບບັນດາຄູ່ຮ່ວມພັດທະນາ, ສະຖາບັນການສຶກສາ, ຄູ່ຮ່ວມງານຕ່າງໆ ທັງພາກລັດ, ພາກທຸລະກິດ, ສະຖາບັນທະນາຄານ ແລະ ບັນດາອົງການຈັດຕັ້ງສາກົນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword