ກອງປະຊຸມສົນທະນາ ແລກປ່ຽນການນໍາໃຊ້ ຄູ່ມືຈັດຕັ້ງປະຕິບັດຮູບແບບການຈັດການຮຽນ-ການສອນ ອາຊີວະສຶກສາແບບຄວບຄູ່ ແລະ ການສ້າງ-ພັດທະນາແຮງງານ

ກອງປະຊຸມສົນທະນາ ແລກປ່ຽນການນໍາໃຊ້ ຄູ່ມືຈັດຕັ້ງປະຕິບັດຮູບແບບການຈັດການຮຽນ-ການສອນ ອາຊີວະສຶກສາແບບຄວບຄູ່ ແລະ ການສ້າງ-ພັດທະນາແຮງງານ

ໃນວັນທີ 10 ພະຈິກ 2022, ເວລາ 08:30 – 12:00 ໂມງ ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.ສູນບໍລິການອາຊີວະສຶກສາແບບຄວບຄູ່ (Dual-Cooperative Training Service Center),

ໄດ້ຈັດກອງປະຊຸມສົນທະນາ ແລກປ່ຽນການນໍາໃຊ້ ຄູ່ມືຈັດຕັ້ງປະຕິບັດຮູບແບບການຈັດການຮຽນ-ການສອນ ອາຊີວະສຶກສາແບບຄວບຄູ່ ແລະ ການສ້າງ-ພັດທະນາແຮງງານ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ບູລົມ, ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ມານິດໂຕ ພົມໂພທິ ຮອງເລຂາທິການ ສຄອຊ
• ຈຸດປະສົງກອງປະຊຸມ:
– ເພື່ອເຜີຍແຜ່ ກອບແນວຄວາມຄິດວຽກງານອາຊີວະສຶກສາແບບຄວບຄູ່.
– ເພື່ອສ້າງຄວາມເຂົ້າໃຈ ແລະ ສາມາດສະໜອງຂໍ້ມູນໃນການຊຸກຍູ້ບັນດາສະຖານປະກອບການເຂົ້າມາມີສ່ວນຮ່ວມຈັດຕັ້ງປະຕິບັດວຽກງານ ອສຄ.
– ເພື່ອຮຽນຮູ້ເຕັກນິກ, ຄູ່ມື ແລະ ມາດຕະຖານການຈັດຕັ້ງປະຕິບັດ ສໍາລັບການມີສ່ວນຮ່ວມໃນອາຊີວະສຶກສາແບບຄວບຄູ່ ຂອງສະພາການຄ້າ ແລະ ອຸດສາຫະກໍາແຂວງ, ສະມາຄົມທຸລະກິດ/ວິຊາຊີບ ແລະ ສະຖານປະກອບການ.
– ເພື່ອຖອດຖອນບົດຮຽນ ແລະ ຮູ້ເຖິງສະພາບການຈັດຕັ້ງປະຕິບັດ ອສຄ/ຝຶກປະຕິບັດຢູ່ສະຖານປະກອບການ ໃນປະຈຸບັນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword