ກອງປະຊຸມປຶກສາຫາລື ຕໍ່ການຈັດຝຶກອົບຮົມຄູຝຶກຂອງ ສະຖານປະກອບການ

ກອງປະຊຸມປຶກສາຫາລື ຕໍ່ການຈັດຝຶກອົບຮົມຄູຝຶກຂອງ ສະຖານປະກອບການ

ໃນຕອນເຊົ້າ ວັນພະຫັດ ທີ 23 ມິຖຸນາ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ສູນບໍລິການ ອສຄ)/ Dual-Cooperative Training Service Center (DCT SC) ຮ່ວມມື ກັບສະຖາບັນພັດທະນາອາຊີວະສຶກສາ (Vocational Education Development Institute – VEDI)

ໄດ້ຈັດກອງປະຊຸມປຶກສາຫາລື ຕໍ່ການຈັດຝຶກອົບຮົມຄູຝຶກຂອງ ສະຖານປະກອບການ ໂດຍ ມີຜູ້ເຂົ້າຮ່ວມ ຕາງໜ້າຈາກ ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ຊ່ຽວຊານ ໂຄງການ ພັດທະນາອາຊີວະສຶກສາ ສປປ ລາວ (Vocational Education Lao PDR / VELA – GIZ) ແລະ ທິມງານຄູຝຶກ ຂອງ DCT SC ແລະ VEDI, ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ດາວວະດິງ ພິລະໄຊພິທັກ, ຮອງເລຂາທິການ ສຄອຊ ແລະ ຮອງສາດສະຈານ ປອ. ບຸນເສັງ ຄຳມຸນຕີ, ຮັກສາການ ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ

ໂດຍຈຸດປະສົງ ເພື່ອ:

  • ທົບທວນຄືນການຈັດຕັ້ງປະຕິບັດ ການຝຶກອົບຮົມຄູຝຶກຂອງສະຖານປະກອບການ (In-Company Trainer Training) ໂດຍ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ສູນບໍລິການ ອສຄ)/ Dual-Cooperative Training Service Center (DCT SC), ແລະ ສະຖາບັນພັດທະນາອາຊີວະສຶກສາ (Vocational Education Development Institute – VEDI)
  • ປຶກສາຫາລື ແລະ ເອກະພາບຮ່ວມກັນ ດ້ານເນື້ອໃນ, ການປັບປຸງອຸປະກອນສື່ການຮຽນ-ການສອນ, ການວັດ ແລະ ປະເມີນ, ການອອກໃບຢັ້ງຢືນ ແລະ ອື່ນໆກ່ຽວຂ້ອງກັບການຈັດຝຶກອົບຮົມ
  • ປຶກສາຫາລື ແລກປ່ຽນຄຳຄິດເຫັນກ່ຽວກັບແນວທາງການເຮັດວຽກຮ່ວມກັນ ຂອງສູນບໍລິການ ອສຄ, ສະຖາບັນພັດທະນາອາຊີວະສຶກສາ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword