ສຄອຊ ເຂົ້າຮ່ວມກອງປະຊຸມທາງໄກ “ the 13th Mekong-Japan Industry and Government Dialogue and the 1st Meeting 2020 AMEICC Working Group Meeting on West-East Corridor Development”

ສຄອຊ ເຂົ້າຮ່ວມກອງປະຊຸມທາງໄກ “ the 13th Mekong-Japan Industry and Government Dialogue and the 1st Meeting 2020 AMEICC Working Group Meeting on West-East Corridor Development”

ໃນຕອນເຊົ້າ ເວລາ 10:00-12:00 ໂມງ ຂອງວັນທີ 17 ກໍລະກົດ  2020 ນີ້, ທ່ານ ທະນົງສິນ ກັນລະຍາ,ຮອງປະທານ ສຄອຊ ພ້ອມດ້ວຍນັກທຸລະກິດ

ໄດ້ເຂົ້າຮ່ວມກອງປະຊຸມທາງໄກ “ the 13th Mekong-Japan Industry and Government Dialogue and the 1st Meeting 2020 AMEICC Working Group Meeting on West-East Corridor Development” ທີ່ ຫ້ອງປະຊຸມ ສຄອຊ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປືກສາຫາຫລືທາງດ້ານການຮ່ວມມືໃນຂອບເຂດອາຊຽນ ແລະ ແລກປຽ່ນການຈັດຕັ້ງປະຕິບັດໃນວຽກງານ ຄື: ເຜີຍແຜ່ໂຄງການໃນການດຳເນີນທຸລະກິດ ພາຍໃນ ແລະ ຕ່າງປະເທດ, ຄວາມຮັບຮູ້ກຽ່ວກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການພັດທະນາສີ່ງແວດລ້ອມຂອງແຕ່ລະປະເທດ, ການເຄື່ອນໄຫວ ແລະ ຫນ້າທີ່ວຽກງານຕ່າງໆໃນຂອບອາຊຽນໃຫ້ມີປະສິດທິຜົນຫຼາຍຂື້ນກວ່າເກົ່າ. ທີ່ກອງປະຊຸມຍັງໄດ້ປຶກສາຫາລືຊຸກຍູ້ສົ່ງເສີມໃນການພັດທະນາເສດຖະກິດ-ການຄ້າ, ໃຫ້ມີຄວາມຄືບໜ້າຂະຫຍາຍຕົວ, ແນ່ໃສ່ໃນການພັດທະນາເສດຖະກິດໃຫ້ມີການເຊື່ອມໂຍງກັນຫຼາຍຂື້ນ.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ໄດ້ສະເໜີໃນທີ່ກອງປະຊຸມໃຫ້ຊຸກຍູ້ໃນການພັດທະນາເສດຖະກິດດິຈິຕອລສົ່ງເສີມການຄ້າເສລີ, ການຍົກລະດັບເຕັກໂນໂລຢີ, ການສົ່ງທຸລະກຳການເງີນກັບຄືນຕ່າງປະເທດໃຫ້ງ່າຍຂື້ນ, ຊ່ວຍນຳເຂົ້າສິນຄ້າແລະ ຜະລິດຕະພັນທີ່ຈຳເປັນລາຄາຖືກກວ່າໃນລາວເພື່ອປັບປຸງຄຸນນະພາບການດຳລົງຊີວິດໃນງ່າຍຂື້ນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword