ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 99 ແລະ ງານລ້ຽງພິທີ ມອບ-ຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 (ASEAN-BAC)

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 99 ແລະ ງານລ້ຽງພິທີ ມອບ-ຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 (ASEAN-BAC)

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 99 (99th ASEAN Business Advisory Council-ASEAN BAC) ປະຈຳປີ 2024 ແລະ ກອງປະຊຸມຄະນະສະພາທີປຶກສາທຸລະກິດຮ່ວມອາຊຽນ (23rd Joint Business Council Meeting-JBC)

ແລະ ງານລ້ຽງພິທີ ມອບ-ຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 (ASEAN-BAC) ແລະ ເຈົ້າພາບການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນໃນປີ 2024 (ASEAN Business and Investment Summit – ASEAN-BIS)
ໃນຕອນເຊົ້າວັນທີ 29 ມັງກອນ 2024, ທີ່ ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council Laos) ໄດ້ຈັດກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 99 (99th ASEAN Business Advisory Council-ASEAN BAC) ປະຈໍາປີ 2024 ແລະ ພາກບ່າຍກໍ່ໄດ້ມີການກອງປະຊຸມຄະນະສະພາທີປຶກສາ ທຸລະກິດຮ່ວມອາຊຽນ ຄັ້ງທີ່ 23 (23rd Joint Business Council Meeting-JBC) ຂື້ນ ໂດຍມີການຜູ້ເຂົ້າຮ່ວມ ຈາກບັນດາສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ຂອງ 10 ປະເທດອາຊຽນ ແລະ ສະມາຊິກຂອງ ສະພາທີປຶກສາ ທຸລະກິດຮ່ວມອາຊຽນ ທີ່ມາຈາກບັນດາປະເທດຕ່າງໆກໍ່ເຂົ້າຮ່ວມ.
ແລະ ໃນຕອນຄ່ຳຂອງວັນດຽວກັນ ສະພາທີ່ປຶກສາທຸລະກິດອາຊຽນລາວກໍ່ຍັງໄດ້ມີການຈັດງານລ້ຽງສໍາລັບພິທີ ມອບ-ຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ປີ 2024 (ASEAN-BAC) ແລະ ເຈົ້າພາບການ ຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນໃນປີ 2024 ກໍ່ຄື ASEAN Business and Investment Summit (ASEAN-BIS) ຕໍ່ຈາກ ສະພາທີ່ປຶກສາທຸລະກິດອາຊຽນ ປະເທດອິນໂດເນເຊຍ ທີ່ໄດ້ເປັນປະທານໃນໄລຍະປີ 2023 ຜ່ານມາ ໃຫ້ກັບ ສະພາທີ່ປຶກສາທຸລະກິດອາຊຽນລາວ ກໍ່ຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ເຊິ່ງພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມງານໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສີລິພອນ ສຸພັນທອງ, ຮອງເຈົ້າເເຂວງ ແຂວງຫຼວງພະບາງ, ຕ່າງຫນ້າຈາກກົມກອງພາກລັດກ່ຽວຂ້ອງ ຈາກນະຄອນຫລວຽງຈັນ ແລະ ແຂວງຫລວງພະບາງ, ຄະນະບໍລິການງານ ສຄອຊ, ຄະນະບໍລິຫານງານ ແຂວງຫລວງພະບາງ ຕາງຫນ້າທູດຕານຸທູດປະເທດອາຊຽນ ປະຈຳລາວ, ພ້ອມດ້ວຍເເຂກຖືກເຊີນຕ່າງໆ ລວມຈຳນວນ ທັງຫມົດ 90 ກ່ວາທ່ານ.
ພາຍໃນງານດັ່ງກ່າວ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນໂດຍກ່າວເຖິງຄວາມສຳຄັນຂອງສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ແລະ ທັງຍັງສືບຕໍ່ສະໜັບສະ ໜູນ ASEAN-BAC ໃນນາມຄະນະສະເພາະທີ່ເຮັດວຽກຄຽງຄູ່ກັບກອງເລຂາອາຊຽນ ເພື່ອເສີມສ້າງຄວາມເຂັ້່ມແຂງຂອງເສດຖະກິດອາຊຽນ ເຊິ່ງກວມເຖິງການຂະຫຍາຍຕົວຂອງພາກທຸລະກິດໂດຍສະເພາະຂະແໜງການອຸດສາຫະກຳຂະໜາດນ້ອຍ ແລະ ກາງ (MSMEs).
ນອກຈາກນີ້, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາທີ່ປຶກສາທຸລະກິດອາຊຽນລາວ ທັງເປັນ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວວ່າ: ການເປັນປະທານສະພາທີ່ປຶກສາ ທຸລະກິດອາຊຽນ ຂອງ ສປປ ລາວ ໃນປີ 2024 ແມ່ນຈະນໍາໃຊ້ ຄໍາຂວັນດຽວກັນກັບຂອງພາກລັດ ຖະບານຄື: ພາຍໃຕ້ຄຳຂວັນ: ການເສີມຂະຫຍາຍການຮ່ວມມືໃນການເຊື່ອມໂຍງ-ເຊື່ອມຈອດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃນ ອາຊຽນ”(ASEAN: Enhanching Connectiviy and Resilience).
ໂດຍໃນແຜນການດຳເນີນງານໃນໄລຍະການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ຂອງ ສປປ ລາວ ເເມ່ນຈະປະກອບດ້ວຍ 6 ຂະແໜງການບຸລິມະສິດດັ່ງນີ້:
1. ການຫັນເປັນດິຈິຕອນ (Digital Transformation)
2. ການພັດທະນາແບບຍືນຍົງ (Sustainable Development)
3. ຄວາມເຂັ້ມແຂງທາງດ້ານສາທາລະນະສຸກ-ສຸຂະພາບ (Health Resilience)
4. ຄວາມໝັ້ນຄົງທາງດ້ານສະບຽງອາຫານ (Food Security)
5. ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ (Trade and Investment Facilitation)
6. ການເຊື່ອມໂຍງເຊື່ອມຈອດ ແລະ ລະບົບຕ່ອງໂສ້ການສະໜອງ (Connectivity and Supply Chain)
ເຊິ່ງໃນໃນຕະຫລອດໄລຍະປີ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍຄືໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ ແມ່ນຈະໄດ້ດໍາເນີນວຽກງານຕາມແຜນບູລິມະສິດທີ່ກໍານົດໄວ້ເປັນແຕ່ລະໄລຍະ ໂດຍຄຽງຄູ່ກັບການຮ່ວມມືກັບບັນດາ ສະພາທີ່ປຶກສາທຸລະກິດອາຊຽນ 10 ປະເທດ, ບັນດາອົງການຈັດຕັ້ງສາກົນຕ່າງໆ, ບັນດາຜູ້ນຳຂອງພາກລັດຖະບານໃນພາກພື້ນອາຊຽນ ແລະ ສາກົນ. ໃນປີ 2024 ນີ້ ກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ ແລະ ການຈັດງານມອບລາງວັນທຸລະກິດອາຊຽນ ແມ່ນຈະໄດ້ຖືກຈັດຕັ້ງປະຕິບັດຂື້ນໃນເດືອນ ຕຸລາ 2024 ໂດຍຄຽງຄູ່ກັບກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ເຊິ່ງໄດ້ຈັດຂື້ນໃນທຸກໆປີ ທີ່ໝູນວຽນຕາມການເປັນປະທານອາຊຽນ, ໂດຍພາຍໃນງານຈະມີບັນດາຜູ້ນຳອາຊຽນ, ບັນດາປະເທດຄູ່ຮ່ວມມືພາຍນອກ (ASEAN Plus), ຕາງໜ້າພາກລັດ, ຄະນະຜູ້ບໍລິຫານທີ່ປຶກສາທຸລະກິດອາຊຽນ, ອົງການຈັດຕັ້ງສາກົນ ຈາກພາກສ່ວນຕ່າງໆ, ຕົວແທນພາກທຸລະກິດຂອງແຕ່ລະປະເທດສະມາຊິກ ແລະ ບັນດາຄູ່ຮ່ວມທຸລະກິດຕ່າງໆ ໃນພາກພື້ນຈະເຂົ້າຮ່ວມເສວະນາ, ແລກປ່ຽນປະສົບການ ລວມໄປເຖິງການພົບປະທາງການທຸລະກິດດ້ວຍກັນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ

ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ

ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ, ໃນວັນທີ 20 ມີນາ 2024, ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ.…Read more
ສຄອຊ ສະເໜີໃຫ້ປະກອບຄໍາເຫັນຕໍ່ ຮ່າງ ດໍາລັດວ່າດ້ວຍ ການເຄື່ອນຍ້າຍສັດ,ສັດນ້ໍາ,ຜະລິດຕະພັນ ສັດ ແລະ ສັດນ້ໍາ ( ສະບັບປັບປຸງ )

ສຄອຊ ສະເໜີໃຫ້ປະກອບຄໍາເຫັນຕໍ່ ຮ່າງ ດໍາລັດວ່າດ້ວຍ ການເຄື່ອນຍ້າຍສັດ,ສັດນ້ໍາ,ຜະລິດຕະພັນ ສັດ ແລະ ສັດນ້ໍາ ( ສະບັບປັບປຸງ )

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຂໍຖືເປັນກຽດຮຽນສະເໜີມາຍັງທ່ານເພື່ອ ປະກອບຄໍາເຫັນຕໍ່ ຮ່າງ ດໍາລັດວ່າດ້ວຍ…Read more
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 4 ປີ 2023 ບັນລຸໄດ້ 947 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 4 ປີ 2023 ບັນລຸໄດ້ 947 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2023 ບັນລຸໄດ້ ປະມານ 947 ລ້ານໂດລາສະຫະລັດ.…Read more
ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການບໍລິການທາງດ້ານການເງິນ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການບໍລິການທາງດ້ານການເງິນ

ໃນວັນທີ 1 ກໍລະກົດ 2022, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ), ໄດ້ມີ ກອງປະຊຸມປຶກສາຫາລືກັບ ພາກທຸລະກິດ ໃນຂະແໜງການບໍລິການທາງດ້ານການເງິນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຫຼື Lao…Read more

Enter your keyword