ຄະນະ ສຄອຊ ແລະ ພາກທຸລະກິດລາວ ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານພົບປະທຸລະກິດສອງຝ່າຍ ລາວ-ຝຮັ່ງ

ຄະນະ ສຄອຊ ແລະ ພາກທຸລະກິດລາວ ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານພົບປະທຸລະກິດສອງຝ່າຍ ລາວ-ຝຮັ່ງ

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍ ຄະນະ ສຄອຊ ແລະ ພາກທຸລະກິດລາວ ເດີນທາງໄປຢ້ຽມຢມ ແລະ ເຄື່ອນໄຫວວຽກງານພົບປະທຸລະກິດສອງຝ່າຍ ລາວ-ຝຮັ່ງ, ໃນລະຫວ່າງວັນທີ 21-29 ຕຸລາ 2023 ທີ່ ເມືອງປາຣີ, ສະຕັສບວກ ແລະ ລີຍົງ ປະເທດຝຣັ່ງ ເຊິ່ງເປັນກຽດນຳພາໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ພ້ອມກັນນັ້ນ, ໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້ຄະນະປະທານ ສຄອຊ ພ້ອມດ້ວຍພາກທຸລະກິດລາວຍັງໄດ້ຈັດກອງປະຊຸມພົບປະທຸລະກິດ 2 ຝ່າຍ ລາວ-MEDEF, ປະຊຸມພົບປະ ກັບ ສະຫະພັນກຸ່ມວິສະຫະກິດ ຂະຫນາດນ້ອຍ ແລະ ກາງຂອງ ເຂດ Auvergne Rhône-Alpe, ຢ້ຽມຢາມສຳນັກງານໃຫຍ່ ທະນາຄານ BRED, ບັນດາເຂດເສດຖະກິດສຳຄັນຂອງເມືອງ Strasbourg ແລະ Lyon ເຊັ່ນ: ສະພາອຸດສາຫະກໍາການຄ້າ ຂອງເຂດ Alsace (Grand Est), ສູນທ່າບົກຂອງເມືອງ Strasbourg, ບໍລິສັດຂົນສົ່ງ Faure et Machet, ບໍລິສັດ L’ORT&L Observatoir Regional Transports & Logistique du Grand Est, ຫ້ອງການ ສະພາ ຂອງ EU ຢູ່ເມືອງ Strasbourg, ຢ້ຽມຢາມ ບໍລິສັດ ບໍລິຫານ ແລະ ຂົນສົ່ງພາຍໃນຕົວເມືອງ Lyon.
ຈຸດປະສົງແມ່ນເພື່ອ ເປີດໂອກາດໃຫ້ນັກທຸລະກິດລາວໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນໃນຂະແໜງການຂົນສົ່ງ, ກະສິກຳ, ພະລັງງານ-ບໍ່ແຮ່, ຄຳ, ເຫຼັກ, ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ອື່ນໆ ຮ່ວມກັບນັກທຸລະກິດຕ່າງປະເທດເພື່ອກ້າວໄປເຖິງການດຳເນີນທຸລະກິດຮ່ວມກັນໃນອານາຄົດ ແລະ ເປັນເວທີສົ່ງເສີມເປີດກວ້າງຜະລິດຕະພັນລາວໃຫ້ສາກົນໄດ້ຮັບຮູ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword