ກອງປະຊຸມສໍາມະນາ ກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ

ກອງປະຊຸມສໍາມະນາ ກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ

ກອງປະຊຸມສໍາມະນາ ກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ, ວັນທີ 31 ສິງຫາ 2022 ທີ່ ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ, ນະຄອນຫຼວງວຽງຈັນ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ຈັນທອນ ໄຊຍະກອນ, ຮອງຫົວໜ້າກົມທາງລົດໄພ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານ ທອງເດີນ ຄໍາມະນີ, ຮອງຜູ້ອໍານວຍການ ບໍລິສັດ ລົດໄຟ ລາວຈີນ, ພາຍໃຕ້ກົນໄກກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຂອງກອງປະຊຸມທຸລະກິດລາວ (Lao Business Forum), ເພື່ອ ເຜີຍແຜ່ຂໍ້ມູນດ້ານການໃຫ້ບໍລິການຂົນສົ່ງຂອງບໍລິສັດລົດໄຟ ລາວ-ຈີນ ໂດຍສະເພາະ ແມ່ນ ຂໍ້ມູນດ້ານຂັ້ນຕອນ, ເງື່ອນໄຂ ແລະ ຄ່າທໍານຽມທີ່ຕິດພັນກັບການຂົນສົ່ງສິນຄ້າຂ້າມແດນ ແລະ ຜ່ານແດນ, ແລະ ການຂົນສົ່ງຜູ້ໂດຍສານເປັນກຸ່ມ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao Competitiveness and Trade Project – LCT).
ທ່ານວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ໄດ້ກ່າວມີຄໍາເຫັນ ໃນກອງປະຊຸມກ່ຽວກັບການເນັ້ນໜັກໃຫ້ເຫັນເຖິງ ຄວາມສໍາຄັນຂອງການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ເຊິ່ງເປັນຊ່ອງທາງໜຶ່ງ ໃນການຊ່ວຍຫຼຸດຜ່ອນຕົ້ນທຶນຄ່າຂົນສົ່ງ ແລະ ອໍານວຍຄວາມສະດວກຕໍ່ການສົ່ງອອກສິນຄ້າຂອງ ສປປ ລາວ. ການພັດທະນາລະບົບຂົນສົ່ງສິນຄ້າທາງລົດໄຟ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນວຽກດ້ານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຈະຊ່ວຍເຊື່ອມຈອດ ຜູ້ຜະລິດ ແລະ ຜູ້ຊົມໃຊ້ ໃນຂົງເຂດ ຈີນ-ອາຊຽນ ແລະ ຊ່ວຍໃຫ້ຜູ້ຜະລິດ ໃນ ສປປ ລາວ ສາມາດເຂົ້າເຖິງ ຕ່ອງໂສ້ການສະໜອງສິນຄ້າຂອງສາກົນ, ຕະຫຼາດສົ່ງອອກທີ່ຫຼາກຫຼາຍ ແລະ ໂອກາດໃນການຜະລິດສິນຄ້າທີ່ຫຼາກຫຼາຍຂຶ້ນ.
ຈຸດປະສົງຫຼັກ ຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອຮັບຟັງຂໍ້ມູນດ້ານການໃຫ້ບໍລິການ ກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ, ພ້ອມທັງປຶກສາຫາລືແບບວິຊາການ ຕໍ່ກັບປັດໃຈຂໍ້ຫຍຸ້ງຍາກ ທີ່ຜູ້ປະກອບການພົບພໍ້ ໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ, ເຊິ່ງເປັນ ໜຶ່ງໃນບັນຫາບູລິມະສິດທີ່ຖືກຍົກຂຶ້ນຜ່ານຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ.
ກອງປະຊຸມດັ່ງກວ່າ ໄດ້ເຂົ້າຮ່ວມໂດຍຜູ້ຕາງໜ້າ ຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ແລະ ຜູ້ຕາງໜ້າຈາກອົງກອນຕ່າງໆ ເຂົ້າຮ່ວມ ໃນຫ້ອງປະຊຸມ ແລະ ຜ່ານທາງລະບົບ ອອນລາຍ, ທັງໝົດ ຫຼາຍກວ່າ 200 ທ່ານ.

ບັນທຶກວິດີໂອກອງປະຊຸມ


Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword