ການຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)

ການຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສູນບໍລິການ ອະຊີວະສຶກສາແບບຄວບຄູ່ (ອສຄ) ໄດ້ເປີດຊຸດຝຶກອົົບຮົມ “ຄູຝຶກຂອງສະຖານປະກອບການ (In-Company Trainer Training)”

ໃນວັນທີ 13-15 ກຸມພາ 2024 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ພາຍໃຕ້ການສະໜູບສະໜູນຂອງໂຄງການ ພັດທະນາອາຊີວະສຶກສາ ໃນ ສປປ ລາວ (GIZ-VELA Project), ໃຫ້ກຽດກ່າວເປີດຊຸດຝຶກອົບຮົມຄັ້ງນີ້້ ໂດຍ ທ່ານພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ມີຜູ້ເຂົ້າຮ່ວມຕາງໜ້າຈາກສະມາຍົມອຸດສຫະກຳຍານພາຫະນະລາວ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ, ບໍລິສັດ ຮຸ່ງອາລຸນ ໂລຈີສຕິກ ຈຳກັດຜູ້ດຽວ, ໂຮງງານນຳ້ດື່ມວາຣີ, ບໍລິສັດ ໂຕໂຍຕ້າລາວ ບໍລິການຈຳກັດ, ເມືອງລາວຟາມ, ປາຫວານຟາມ, ບໍລິສັດ ຄຳມະນີ ເຈເນີຣອນ ເຊີວິດ ສ່ວນບຸກຄົນ ແລະ ພະນັກງານ ສຄອຊ, ລວມຜູ້ເຂົ້າຮ່ວມທັງໝົດ 18 ທ່ານ.
ການຝຶກອົບຮົມໃນສະຖານປະກອບການ ຫລື ບໍລິສັດແມ່ນເຄື່ອງມືທີ່ສໍາຄັນໃນການພັດທະນາທັກສະການປະຕິບັດງານຂອງພະນັກງານ ແລະ ກ່ຽວຂ້ອງກັບການຝຶກອົບຮົມທັງໜົດທີ່ດໍາເນີນການໃນສະຖານປະກອບການ ເຊັ່ນ: ການຝຶກອົບຮົມເພື່ອເພີ່ມຄວາມຮູ້ ແລະ ທັກສະ ໃຫ້ພະນັກງານທີ່ຢູ່ປະຈໍາ, ການຝຶກອົບຮົມເວລາຮັບຮັບພະນັກງານໃໝ່, ການຝຶກອົບຮົມໃນໜ້າວຽກຕົວຈິງ ແລະ ການຝຶກນັກສຶກສາຝຶກງານ. ເຊິ່ງສາມາດຮວມເຂົ້າກັບຮູບແບບ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ທີ່ສາມາດເບິ່ງເຫັນຜົນປະໂຫຍດ ແລະ ລວມເອົາການຝຶກອົບຮົມພາຍໃນບໍລິສັດເປັນສ່ວນນຶ່ງຂອງ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ທີ່ນໍາໄປສູ່ຄວາມສໍາເລັດຂອງສະຖານປະກອບການ.
ຄຸນນະພາບ ແລະ ຜົນໄດ້ຮັບຂອງການຝຶກອົບຮົມໃນ ສະຖານປະກອບການ ຂຶ້ນກັບຄວາມສາມາດຂອງຜູ້ທີ່ຮັບຜິດຊອບໃນການຖ່າຍທອດຄວາມຮູ້ ແລະ ທັກສະ ເຊັ່ນ: ຄູຝຶກ, ຫົວໜ້າງານ, ນາຍຊ່າງເທັກນິກທີ່ມີສີມື, ພະນັກງານ ແລະ ບຸກຄະລາກອນຜູ້ອື່ນໆທີ່ມີສ່ວນກ່ຽວຂ້ອງໃນການຝຶກອົບຮົມການສອນ ຫລື ການໃຫ້ຄໍາປຶກສາ, ຄູຝຶກໃນສະຖານປະກອບການ ແມ່ນອ້າງອີງເຖິງກຸ່ມຄົນທັງໝົດທີ່ກ່າວມາຂ້າງເທິງ.
ຈຸດປະສົງຂອງການເປີດຝຶກອົບຮົມນີ້ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸຈຸດປະສົງເປົ້າໝາຍຂອງຫລັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.
ການຝຶກອົບຮົມຈະດຳນເນີນເປັນເວລາ 03 ວັນເຕັມ ແລະ ສຳເລັດ ໃນວັນທີ 15 ກຸມພາ 2024, ຜູ້ເຂົ້້າຮ່ວມຝຶກອົບຮົມ ແມ່ນຈະໄດ້ຮັບໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword