ການປະຕິຮູບຂອງ ສປປ ລາວ ໄດ້ຊຸກຍູ້ໃຫ້ມີການພັດທະນາທຸລະກິດ, ແຕ່ຍັງມີຫລາຍຢ່າງທີ່ຈະຕ້ອງໄດ້ເຮັດ – ອີງຕາມບົດລາຍງານໃຫມ່

ການປະຕິຮູບຂອງ ສປປ ລາວ ໄດ້ຊຸກຍູ້ໃຫ້ມີການພັດທະນາທຸລະກິດ, ແຕ່ຍັງມີຫລາຍຢ່າງທີ່ຈະຕ້ອງໄດ້ເຮັດ – ອີງຕາມບົດລາຍງານໃຫມ່

ນະຄອນຫຼວງມະນີລາ, ຟີລິບປິນ (31 ມີນາ 2022) – ສະພາບແວດລ້ອມຂອງລະບຽບການຕໍ່ການພັດທະນາທຸລະກິດ ໄດ້ຮັບການປັບປຸງໃນທົ່ວທຸກແຂວງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ),

ແຕ່ຍັງມີຫລາຍຢ່າງທີ່ຈະຕ້ອງໄດ້ເຮັດ ເພື່ອເຮັດໃຫ້ປະເທດຟື້ນໂຕຈາກການລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19), ອີງຕາມບົດລາຍງານຮ່ວມ ລະຫວ່າງ ທະນາຄານພັດທະນາອາຊີ (ADB) ແລະ ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ (ສຄອຊ).

ອີງຕາມ ບົດລາຍງານ ການສ້າງສີ່ງອຳນວຍຄວາມສະດວກທາງດ້ານການຄ້າແລະການລົງທຶນຂັັ້ນແຂວງ (ProFIT) ສະບັບທີ 2 ເຫັນວ່າ ລັດຖະບານໄດ້ດຳເນີນການຫລຸດຜ່ອນກົດລະບຽບຕ່າງໆ ເພື່ອສົ່ງເສີມບັນດາທຸລະກິດໃຫ້ມີການຂຶ້ນທະບຽນຢ່າງຖືກຕ້ອງ ມີຄວາມໂປ່ງໃສ ແລະ ກຳຈັດການເກັບຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ. ດັດສະນີວິເຄາະໃຫ້ເຫັນບັນດາປະສົບການແລະຄວາມຮັບຮູ້ຂອງຊຸມຊົນທຸລະກິດ ຕໍ່ກັບການປະຕິບັດຕາມລະບຽບການຕ່າງໆໃນຂັ້ນທ້ອງຖິ່ນ. ການສຳຫລວດໃນປີ 2019 ນີ້ມີ 1.357 ຫົວຫນ່ວຍທຸລະກິດໃນ 17 ແຂວງເຂົ້າຮ່ວມ.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງຫນ້າ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ “ການປະຕິຮູບນັບແຕ່ປີ 2018 ໄດ້ຊ່ວຍໃຫ້ລັດຖະບານຂັ້ນທ້ອງຖິ່ນກໍາຈັດສິ່ງກີດຂວາງຕໍ່ການພັດທະນາທຸລະກິດ ແລະ ຍັງຊຸກຍູ້ຄວາມຫລາກຫລາຍຂອງເສດຖະກິດ” ທ່ານຍັງໃຫ້ຮູ້ຕື່ມອີກວ່າ “ການປະຕິຮູບຕໍ່ໄປຂ້າງຫນ້າ, ການຈັດຕັ້ງປະຕິບັດງານດ້ວຍຄວາມສັດຊື່ແລະມີປະສິດທິພາບແມ່ນຈຳເປັນ ເພື່ອກະຕຸ້ນໃຫ້ເກີດມີໂອກາດທາງທຸລະກິດໃຫມ່ໆແລະສ້າງວຽກເຮັດງານທຳທີ່ຊ່ວຍໃຫ້ ສປປ ລາວ ສ້າງເສດຖະກິດຢ່າງມີປະສິດທິຜົນແລະສາມາດແຂ່ງຂັນໄດ້ຫລາຍຂື້ນກ່ວາເກົ່າ ພາຍຫລັງວິກິດການການແຜ່ລະບາດພະຍາດໂຄວິດ-19”.

ບົດລາຍງານຮ່ວມນີ້ ໄດ້ເນັ້ນໃຫ້ເຫັນຫົກຂົງເຂດບູລິມະສິດເຊັ່ນ: ຄວາມງ່າຍຂອງການເລີ່ມມຕົ້ນທຸລະກິດ, ຄວາມໂປ່ງໃສແລະການເຂົ້າເຖິງຂໍ້ມູນຂ່າວສານ, ພາລະທາງດ້ານລະບຽບການ, ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ, ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດນະໂຍບາຍ, ແລະ ຄວາມເປັນມິດຂອງອົງການປົກຄອງແຂວງຕໍ່ພາກທຸລະກິດ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ  ໄດ້ໃຫ້ຮູ້ວ່າ “ການຜ່ານຜ່າສິ່ງທ້າທາຍຈາກໂລກລະບາດທີ່ບໍ່ເຄີຍມີມາກ່ອນ ມັນຮຽກຮ້ອງໃຫ້ລັດຖະບານຈາກສູນກາງແລະທ້ອງຖິ່ນຮ່ວມມືກັບພາກເອກະຊົນຢ່າງໃກ້ຊິດ ເພື່ອດຶງດູດການລົງທຶນໃຫມ່ທັງຈາກພາຍໃນ ແລະ ຕ່າງປະເທດ” ທ່ານຍັງໃຫ້ຮູ້ຕື່ມອີກວ່າ “ບົດລາຍງານ ProFIT ນີ້ ໄດ້ສະຫນອງຂໍ້ມູນການວິເຄາະລະອຽດກ່ຽວກັບຈຸດແຂງແລະຈຸດອ່ອນຂອງຂັ້ນຕອນສະພາບແວດລ້ອມທຸລະກິດ ແລະ ການຈັດຕັ້ງປະຕິບັດໃນລະດັບທ້ອງຖິ່ນ.”

ເສດຖະກິດແລະຊຸມຊົນທຸລະກິດຂອງ ສປປ ລາວ ໄດ້ຮັບຜົນກະທົບຢ່າງຫນັກຫນ່ວງຈາກການແຜ່ລະບາດພະຍາດໂຄວິດ-19. ບົດລາຍງານຍັງໄດ້ລະບຸວ່າ ການເຕີບໂຕເສດຖະກິດຂອງປະເທດຄາດວ່າຈະຕໍ່າກ່ວາ 4,5% ໃນປີ 2022 ແລະ 2023, ເມື່ອທຽບກັບການຂະຫຍາຍໂຕສະເລ່ຍປະຈໍາປີ 7% ໃນສອງທົດສະວັດທີ່ຜ່ານມາ.

ບົດລາຍງານລະບຸວ່າ ການປະຕິຮູບຂອງລັດຖະບານໃນປີ 2018 ໄດ້ຫລຸດຜ່ອນຄ່າໃຊ້ຈ່າຍແລະເວລາການຂໍຂຶ້ນທະບຽນວິສາຫະກິດຫລຸດລົງເຖິງໜຶ່ງສ່ວນສາມ. ແຕ່ການສຳຫລວດໃນຄັ້ງນີ້ພົບວ່າ ມີການປະຕິບັດບໍ່ໄປຕາມລະບຽບຢ່າງແພ່ຫລາຍ ລວມທັງການຄ່າໃຊ້ຈ່າຍທີ່ບໍ່ເປັນທາງການໃຫ້ເຈົ້າໜ້າທີ່ລັດ, ການລາຍງານລາຍຮັບຂອງວິສາຫະກິດທີ່ເຊື່ອງອໍາ, ແລະ ຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານທາງການ. ລະບຽບການທີ່ມີຄວາມຫຍຸ້ງຍາກແລະຊັບຊ້ອນສະແດງໃຫ້ເຫັນວ່າ ລັດຖະບານພວມສູນເສຍລາຍຮັບຈາກການເກັບອາກອນຢ່າງຫລວງຫລາຍ ຊຶ່ງຈໍາເປັນຕໍ່ການໃຊ້ຈ່າຍເຂົ້າໃນການບໍລິການພາກລັດທີ່ສຳຄັນຕ່າງໆ. ລັດຖະບານໄດ້ຮັບຮູ້ເຖິງຄວາມສຳຄັນຂອງການເຮັດໃຫ້ການຂໍຂຶ້ນທະບຽນວິສາຫະກິດ ແລະ ການຊຳລະສະສາງອາກອນແບບງ່າຍດາຍ ຊຶ່ງໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຫ້າປີ ຄັ້ງທີ 9, 2021-2025.

ບົດລາຍງານຮ່ວມສະບັບທີ 2 ຂອງ ADB ແລະ ສຄອຊ  ທີ່ເປີດເຜີຍໃນມື້ນີ້ພົບວ່າ ວິສາຫະກິດທີ່ນຳໂດຍແມ່ຍິງມີລະດັບຕໍ່າກ່ວາຕາມທີ່ໄດ້ກຳນົດ ແລະ ມີແນວໂນ້ມຂະໜາດຂອງທຸລະກິດນ້ອຍກ່ວາ ເມື່ອທຽບກັບທຸລະກິດທີ່ນຳໂດຍຜູ້ຊາຍ. ບັນດານັກທຸລະກິດຍິງໄດ້ລາຍງານວ່າ ການຂໍຂຶ້ນທະບຽນທຸລະກິດຂອງພວກເຂົາໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍຫລາຍກວ່າ. ບົດລາຍງານສະບັບນີ້ຮຽກຮ້ອງໃຫ້ລັດຖະບານມີການເຝິກອົບຮົມພະນັກງານຂອງຕົນ ເພື່ອຜ່ານຜ່າຄວາມລຳອຽງຕໍ່ເພດທີ່ຍັງເຊື່ອງຊ້ອນຢູ່ ແລະ ເຮັດໃຫ້ງ່າຍຂຶ້ນສຳລັບແມ່ຍິງທີ່ຕ້ອງການຢາກສ້າງແລະ ດຳເນີນທຸລະກິດຂອງຕົນເອງ.

ADB ມຸ່ງຫມັ້ນທີ່ຈະເຮັດໃຫ້ພາກພື້ນອາຊີແລະປາຊີຟິກ ມີຄວາມຈະເລີນຮຸ່ງເຮືອງ ທົ່ວເຖິງ ພ້ອມຮັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການຫຼຸດຜ່ອນຄວາມທຸກຍາກ. ADB ສ້າງຕັ້ງຂື້ນໃນປີ 1966 ມີສະມາຊິກທັງຫມົດ 68 ປະເທດ, ເຊິ່ງໃນນີ້ມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword